ນັກກິລາບານເຕະຊາຍທີມຊາດ ລາວ ຈະອອກເດີນທາງ ໃນວັນທີ 4 ພຶດສະພາ, ສ່ວນທີມ ຍິງ ຈະອອກເດີນທາງໃນວັນທີ 6 ພຶດສະພາ ນີ້ ເພື່ອເຂົ້າຮ່ວມແຂ່ງຂັນໃນງານມະຫາກໍາກິລາ ຊີເກມ ຄັ້ງທີ XXXI ທີ່ ສສ ຫວຽດນາມ ຮັບກຽດເປັນເຈົ້າພາບຈັດຂຶ້ນໃນລະຫວ່າງ 12-23 ພຶດສະພາ 2022.

ກ່ອນອອກເດີນທາງໄປເຂົ້າຮ່ວມການແຂ່ງຂັນຄັ້ງນີ້, ໃນວັນທີ 2 ພຶດສະພາ 2022 ທີ່ໂຮງແຮມລາວພຣາຊ່າ, ນະຄອນຫລວງວຽງຈັນ ທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິດຕິມະສັກ ສະຫະພັນບານເຕະແຫ່ງຊາດລາວ ໄດ້ໃຫ້ກຽດເປັນປະທານໂອ້ລົມຄະນະນໍາ ແລະ ນັກກິລາບານເຕະທັງຊາຍ ແລະ ຍິງ ໂດຍມີ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິ ຫານງານ ສະຫະພັນບານເຕະແຫ່ງຊາດລາວ ເຂົ້າຮ່ວມ.

ໃນພິທີຄັ້ງນີ້, ກ່ອນອື່ນ ທ່ານ ນາງ ພູໄຊ ແພງພົງ ຄະນະນຳທີມບານເຕະຍິງ ແລະ ທ່ານ ປະ ສາດໄຊ ພິລາພັນເດຊ ຄະນະນຳທີມບານເຕະຊາຍ ໄດ້ຜັດປ່ຽນກັນຂຶ້ນລາຍງານກ່ຽວກັບການກຽມຄວາມພ້ອມຂອງທີມຍິງ ແລະ ຊາຍ ເພື່ອກະກຽມເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ XXXI ທີ່ ສສ ຫວຽດນາມ ເຊິ່ງຄະນະນໍາ ແລະ ທັງນັກກິລາ ທຸກຄົນແມ່ນມີຄວາມພ້ອມແລ້ວເຕັມຮ້ອຍ. ຫລັງຈາກນັ້ນ ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ເນັ້ນຫນັກໃຫ້ ຄະນະນຳ, ຄູຝຶກ ແລະ ນັກກິລາທີ່ຈະເຂົ້າ ຮ່ວມການແຂ່ງຂັນຄັ້ງນີ້ ເອົາໃຈໃສ່ປະຕິບັດຕາມລະບຽບການທີ່ເຈົ້າພາບ ກໍຄື ຄະນະຮັບຜິດຊອບຈັດການແຂ່ງຂັນກິລາແຕ່ລະປະເພດຢ່າງເຂັ້ມງວດ, ຕັ້ງໃຈແຂ່ງຂັນຈົນສຸດຄວາມສາມາດ ເພື່ອໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈໃຫ້ເປັນຕົວແທນນັກກິລາທັງຊາດເຂົ້າຮ່ວມການແຂ່ງຂັນຄັ້ງນີ້ ແລະ ນຳໃຊ້ເຕັກນິກທີ່ໄດ້ຝຶກຊ້ອມມາເພື່ອເອົາຊະນະຄູ່ຕໍ່ສູ້ດ້ວຍຈິດໃຈກ້າຫານ ແລະ ດ້ວຍຈິດໃຈຊາດພິລະອາດຫານ ເພື່ອຍາດເອົາໄຊຊະນະ ແລະ ສ້າງກຽດຊື່ສຽງມາໃຫ້ປະເທດຊາດ. ນອກຈາກນີ້ ຕ້ອງຖືໂອກາດສໍາຄັນດັ່ງກ່າວສະແດງໃຫ້ຊາດອື່ນຮັບຮູ້ກ່ຽວກັບວັດທະນະທໍາ ກໍຄື ນໍ້າໃຈໄມຕຣີຈິດມິດ ຕະພາບທີ່ດີຂອງນັກກິລາລາວຕໍ່ຜູ້ເຂົ້າຮ່ວມແຂ່ງຂັນ ກໍຄື ເພື່ອນຮ່ວມອາຊີບນຳກັນ ແລະ ຮູ້ເສຍ-ຮູ້ຊະນະ.

ສໍາລັບການແຂ່ງຂັນບານເຕະຊາຍ ໃນງານມະຫາກໍາກິລາຊີເກມ ຄັ້ງທີ XXXI ທີ່ ສສ ຫວຽດນາມ ມີ 10 ປະເທດ ເຂົ້າຮ່ວມແຂ່ງຂັນ ແບ່ງອອກເປັນ 2 ກຸ່ມ ຄື:
ກຸ່ມ ເອ: ຫວຽດນາມ, ອິນໂດເນເຊຍ, ມຽນມາ, ຟີລິບປິນ ແລະ ຕີມໍ ເລສເຕ.
ກຸ່ມ ບີ: ໄທ, ມາເລເຊຍ, ກຳປູເຈຍ, ສິງກະໂປ ແລະ ລາວ.
ສ່ວນຕາຕະລາງ ການແຂ່ງຂັນບານເຕະຊາຍ ທີມຊາດລາວ ມີດັ່ງນີ້ື:
– ວັນທີ 7 ພຶດສະພາ, ສິງກະໂປ ພົບ ລາວ, ແຂ່ງຂັນຢູ່ສະຫນາມ Thien Truong, ເວລາ 16 ໂມງ 00.
– ວັນທີ 9 ພຶດສະພາ, ລາວ ພົບ ກຳປູເຈຍ, ແຂ່ງຂັນຢູ່ສະຫນາມ Thien Truong, ເວລາ 16 ໂມງ 00.
– ວັນທີ 11 ພຶດສະພາ, ມາເລເຊຍ ພົບ ລາວ, ແຂ່ງຂັນຢູ່ສະຫນາມ Thien Truong, ເວລາ 19 ໂມງ 00
– ວັນທີ 16 ພຶດສະພາ. ລາວ ພົບ ໄທ, ແຂ່ງຂັນຢູ່ສະຫນາມ Thien Truong, ເວລາ 19 ໂມງ 00
ສໍາລັບການແຂ່ງຂັນບານເຕະຍິງ ມີ 7 ປະເທດ ເຂົ້າຮ່ວມແຂ່ງຂັນ, ແບ່ງອອກເປັນ 2 ກຸ່ມ ຄື:
ກຸ່ມເອ : ຫວຽດນາມ, ຟີລິບປິນ ແລະ ກຳປູເຈຍ
ກຸ່ມບີ : ໄທ, ມຽນມາ, ລາວ ແລະ ສິງກະໂປ
ສ່ວນຕາຕະລາງ ການແຂ່ງຂັນບານເຕະຍິງ ທີມຊາດລາວ ມີດັ່ງນີ້:
– ວັນທີ 10 ພຶດສະພາ, ມຽນມາ ພົບ ລາວ, ແຂ່ງຂັນຢູ່ທີ່ສະຫນາມ Cam Pha, ເວລາ 16 ໂມງ 00
– ວັນທີ 13 ພືດສະພາ, ລາວ ພົບ ສິງກະໂປ, ແຂ່ງຂັນຢູ່ທີ່ສະຫນາມ Cam Pha, ເວລາ 16 ໂມງ 00
– ວັນທີ 15 ພຶດສະພາ, ລາວ ພົບ ໄທ, ແຂ່ງຂັນຢູ່ທີ່ສະຫນາມ Cam Pha, ເວລາ 16 ໂມງ 00.

ຂໍ້ມູນ ແລະ ພາບຈາກ: ສຕລ