
ໃນວັນທີ 25 ເມສາ 2023 ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນແລະ ຕ້ານຟາເສບຕິດ ປກສ ແຂວງບໍລິຄໍາໄຊ ໄດ້ນຳກໍາລັງເຂົ້າກວດຄົ້ນເຮືອນເປົ້າໝາຍທີ່ພົວພັນຄ້າຂາຍຢາເສບຕິດລາຍໃຫຍ່ ຢູ່ເຂດບ້ານປາກທວາຍ ເມືອງທ່າພະບາດ ແຂວງບໍລິຄຳໄຊ ພົບຢາບ້າ 4.000.000 ກວ່າເມັດ ສ່ວນເຈົ້າຂອງຢາບ້າເອົາຕົວຫຼົບໜີ.

ຄະດີດັ່ງກ່າວ,ເບື້ອງຕົ້ນ ເຈົ້າໜ້າທີ່ຕໍາຫຼວດໄດ້ຮັບລາຍງານຈາກພົນລະເມືອງດີວ່າ: ມີກຸ່ມຄົນຈໍານວນໜຶ່ງມີການເຄື່ອນໄຫວຄ້າ-ຂາຍ ແລະ ຂົນສົ່ງຢາເສບຕິດປະເພດຢາບ້າ ຢູ່ເຂດບ້ານປາກທວາຍ ເມືອງທ່າພະບາດ ແຂວງບໍລິຄໍາໄຊ, ສະນັ້ນ, ເຈົ້າໜ້າທີ່ຕໍາຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຈຶ່ງ ໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ລົງພິສູດແຫ່ຼງຂ່າວ.

ຜ່ານການສຶບສວນພິສູດແຫຼງຂ່າວຂອງເຈົ້າໜ້າທີ່ວິຊາສະເພາະ ຈຶ່ງສາມາດຮູ້ໄດ້ວ່າ: ກຸ່ມຄົນຈໍານວນດັ່ງກ່າວ ໄດ້ເອົາຢາເສບຕິດ ຈໍານວນຫຼາຍ ມາຊຸກເຊື່ອງໄວ້ຢູ່ເຮືອນຂອງປະຊາຊົນ ບ້ານປາກທວາຍ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ເພື່ອຈະກຽມນໍາສົ່ງຂ້າມໄປປະເທດເພື່ອນບ້ານ.
ຈາກນັ້ນ, ຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ສົມທົບກັບການຈັດຕັ້ງບ້ານເຂົ້າກວດຄົ້ນເຮືອນຫຼັງດັ່ງກ່າວ ພົບເຫັນຂອງກາງຢາເສບຕິດ ປະເພດຢາບ້າ ຈໍານວນ 10 ເປົາ, ຈໍານວນ 4.019.000 ເມັດ, ນໍ້າໜັກ 447 ກິໂລກຼາມ.

ສ່ວນຜູ້ກະທໍາຜິດ ພ້ອມພັກພວກແມ່ນໄດ້ເອົາຕົວຫຼົບໜີ. ຄະດີດັ່ງກ່າວ ເຈົ້າໜ້າທີ່ວິຊາສະເພາະພວມເລັ່ງຕິດຕາມຄົ້ນຫາເພື່ອຈັບຕົວຜູ້ກະທໍາຜິດ ພ້ອມພັກພວກມາດໍາເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ.
ພາບ-ຂ່າວ: ພອນສະຫວັນ