ປີ 2023 ຊຽງຂວາງຮັບໂຄຕ້າຄູໃໝ່ 9 ທຶນ, ເຂົ້າສອບເສັງ 62 ຄົນ ຕັດລັດຖະກອນອອກ .

ພະແນກສຶກສາທິການ ແລະກິລາແຂວງ (ສກຂ) ຊຽງຂວາງໄດ້ຈັດສອບເສັງຄັດເລືອກເອົາລັດຖະກອນຄູໃໝ່ ປະຈໍາສົກປີ 2023, ໃນວັນທີ 25 ເມສາ ນີ້ ທີ່ສະໂມສອນໂຮງຮຽນ ມ.ສ ພອນສະຫວັນ ເມືອງແປກ, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເລື່ອນ ວັນນາຮັກ ຫົວໜ້າພະແນກສກຂ, ໂດຍມີ ທ່ານ ອຸ່ນຄໍາ ອວນສະຫວັນ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງສຶກສາທິການ ແລະ ກິລາ,ຄະນະພະແນກສກຂ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ 7 ເມືອງທົ່ວແຂວງ, ຄະນະຮັບຜິດຊອບການສອບເສັງຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ, ຄູອາສາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສຸດທາ ອິນທະໄຊ ຫົວໜ້າຂະແໜງຈັດຕັ້ງ-ພະນັກງານ ພະແນກສກຂໄດ້ລາຍງານໃຫ້ຮູ້ວ່າ: ສົກປີ 2023 ນີ້, ແຂວງຊຽງຂວາງໄດ້ຮັບໂຄຕ້າລັດຖະກອນຄູໃໝ່ທັງໝົດ 9 ທຶນ, ໃນນັ້ນໂຄຕ້າຄູສອນ 8 ທຶນ ແລະ ວິຊາຊີບ 1 ທຶນ ຊຶ່ງມີຄູອາສາສະໝັກທັງໝົດໃນທົ່ວແຂວງ 74 ຄົນ ຍິງ 40 ຄົນ, ແຕ່ມີໜ້າເຂົ້າມາສອບເສັງຄັດເລືອກຕົວຈິງ62 ຄົນ ຍິງ 34 ຄົນ, ໃນນັ້ນເປັນຄູອາສາສະໝັກ 8-9 ປີ (ບໍ່ມີເງິນເດືອນ), ການສອບເສັງມີທັງໝົດ 11 ວິຊາຄື: ຄູອະນຸບານ, ຄູປະຖົມສຶກສາ, ຄູພາສາລາວ-ວັນນະຄະດີ, ຄູຄະນິດສາດ, ຄູວິທະຍາສາດທໍາມະຊາດ, ຄູວິທະຍາສາດສັງຄົມ, ຄູພາລະສຶກສາ, ຄູພາສາອັງກິດ, ຄູຊີວະສາດ, ຄູສິລະປະກໍາ ແລະ ຄູອາຊີວະສຶກສາ. ການສອບເສັງແມ່ນເສັງພາກຄວາມຮູ້ທົ່ວໄປ 60 ນາທີ ແລະ ພາກວິຊາສະເພາະ 60 ນາທີ, ຫຼັງຈາກນັ້ນຈະມີການສອບເສັງພາກປະຕິບັດຕົວຈິງ ແລະ ສໍາພາດຕື່ມອີກ, ໂດຍຈະໃຊ້ເວລາທັງໝົດ 4 ວັນ ແຕ່ວັນທີ 25-28 ເມສາ 2023 ນີ້ຈິ່ງຈະສໍາເລັດ.

ທ່ານ ສຸດທາ ອິນທະໄຊ ຍັງໃຫ້ຮູ້ຕື່ມອີກວ່າ: ຈຸດປະສົງເປົ້າໝາຍຂອງການຈັດສອບເສັງຄັດເລືອກ ບັນຈຸລັດຖະກອນຄູໃໝ່ໃນສົກປີນີ້, ກໍເພື່ອປະຕິບັດຕາມຄໍາແນະນໍາຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 389/ສສກ ລົງວັນທີ 15 ມີນາ 2023, ວ່າດ້ວຍການຮັບ ບັນຈຸລັດຖະກອນຄູ ແລະ ບໍລິຫານໃໝ່ຂອງຂະແໜງການສຶກສາ ແລະ ກິລາ ປະຈໍາສົກປີ 2023, ພ້ອມດຽວກັນນັ້ນ ຍັງເປັນການຄັດເລືອກໃຫ້ໄດ້ບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ແລະ ຮັກມັກອາຊີບຄູແທ້, ເພື່ອບັນຈຸເຂົ້າເປັນລັດຖະກອນຄູໃຫ້ຖືກຕ້ອງຕາມຈຸດປະສົງເປົ້າໝາຍ, ມີຄວາມບໍລິສຸດຍຸຕິທໍາ ແລະຫຼີກລ່ຽງຈາກຫາງສຽງຂອງສັງຄົມ.

ຂ່າວ: ປະຊາຊົນ

error: Content is protected !!