
ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ຄະນະໂຄສະນາອົບຮົມແຂວງບໍລິຄຳໄຊ ສະຫລຸບຂະ ບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຍ້ອງຍໍຜົນງານ 5ປີ(2016-2020) ແລະ ປະກາດເນື້ອໃນຂໍ້ແຂ່ງຂັນຮອດປີ 2025 ຈັດຂຶ້ນໃນ ວັນທີ 25 ເມສາ 2023 ໂດຍການເປັນປະທານຂອງ ທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ອຸດອນ ສອນສຸລິນ ກຳມະການພັກແຂວງ, ຫົວໜ້າຄະ ນະໂຄສະນາອົບຮົມແຂວງບໍລິຄຳໄຊ, ມີຫົວໜ້າ, ຮອງຫົວໜ້າ, ຫົວໜ້າ, ຮອງຫົວໜ້າຂະແໜງ, ພະແນກການ, ຄະນະຊີ້ນໍາວຽກງານຂັ້ນແຂວງ, ຕ່າງໜ້າພະແນກການ ພ້ອມດ້ວຍພະນັກງານ ລັດຖະກອນພາຍໃນເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ສຸດສະດາ ໂສພາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານບົດສະຫລຸບ, ຕີລາຄາ ແລະ ປະເມີນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃນໄລຍະໄໝ 5 ປີ (2016-2020) ແລະ ທິດທາງແຜນການຮອດປີ 2025 ຂອງບັນດາສະມາຊິກພັກ-ພະນັກງານລັດຖະ ກອນພາຍໃນຄະນະໂຄສະນາອົບຮົມແຂວງ ເຫັນວ່າຫລາຍດ້ານທີ່ໄດ້ຮັບການຈັດຕັ້ງປະຕິບັດໄດ້ຮັບຜົນ ສຳເລັດ ໃນໄລຍະ 5 ປີຜ່ານມາດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນ ໄດ້ສືບຕໍ່ສຸມໃສ່ເຜີຍແຜ່-ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ, ຄັ້ງທີ VII ອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX ຂອງລັດຖະບານ, ຄັ້ງທີ V ຂອງແຂວງ, ມະຕິສະບັບເລກທີ 206/ກມສພ ວ່າດ້ວຍການຍັກສູງຄຸນນະພາບວຽກງານການເມືອງ-ແນວຄິດ ທົ່ວປະເທດຄັ້ງທີ V, ມະຕິ ເລກທີ 25/ກມສພ ວ່າດ້ວຍການເພີ່ມທະວີການນໍາພາຂອງພັກຕໍ່ວຽກງານວັດທະນະທໍາໃນໄລຍະໃໝ່ ແລະ ນິຕິກໍາອື່ນໆທີ່ສໍາຄັນ ອັນພົ້ນເດັ່ນ ແຂວງໄດ້ສ້າງເອກະສາ ນໍາພາແນວຄິດ ພາຍໃຕ້ຄໍາຂວັນ “ພົນລະເມືອງລາວທຸກຄົນ ເປັນເຈົ້າຂອງປະເທດຊາດ ຍາມປະເທດຊາດ ພົບຄວາມຫຍຸ້ງຍາກຂັດສົນ ທຸກຄົນຕ້ອງຊ່ວຍຊາດ ພ້ອມກັນຂ້າມຜ່ານວິກິດການໄປໃຫ້ໄດ້”. ພ້ອມນີ້ ກໍໄດ້ຈັດພິທີໂຄສະນາປາຖະກະຖາວັນສໍາຄັນຂອງຊາດ, ຂອງພັກຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ, ຝຶກອົບຮົມຄວາມຮູ້ພື້ນຖານດ້ານ ທິດສະດີ-ແນວທາງໃຫ້ສະມາຊິກພັກ, ພະນັກງານ, ຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ໃຫ້ອົງການປົກຄອງບ້ານ, ຝຶກອົບຮົມການເມືອງ-ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າ ແລະ ປະຊາຊົນຢູ່ລຽບຕາມຊາຍແດນ ແລະ ວຽກງານອື່ນໆ.

ຜ່ານການສະຫລຸບ, ຕີລາຄາ ແລະ ປະເມີນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ຜັນຂະຫຍາຍວຽກງານສາມສ້າງເຂົ້້າສູ່ລວງເລິກ ສາມາດສັງລວມການຍ້ອງຍໍ ຜົນງານ 5 ປີ (2016-2020) ໃຫ້ພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ຈຳນວນ 20 ທ່ານ, ຍິງ 14 ທ່ານ. ໃນນີ້, ຄະນະໂຄສະນາອົບຮົມ(ກົມກອງ)ໄດ້ຮັບຫຼຽນໄຊແຮງງານຊັ້ນ III ແລະ ບຸກຄົນ ດີເດັ່ນໄດ້ຮັບຫລຽນໄຊແຮງງານ ຊັ້ນ I ຈໍານວນ 5 ທ່ານ, ຫລຽນໄຊແຮງງານ ຊັ້ນ II ຈໍານວນ 1 ທ່ານ, ໃບຍ້ອງຍໍລັດຖະບານ 8 ທ່ານ, ຍິງ 7 ທ່ານ ແລະ ໃບຊົມເຊີຍຂັ້ນແຂວງ 2 ທ່ານ.
ຈາກນັ້ນ, ຄະນະຮັບຜິດຊອບ-ຊີ້ນໍາວຽກງານ ພາຍໃນຄະນະໂຄສະນາອົບຮົມແຂວງ ຍັງໄດ້ ພ້ອມກັນຂຶ້ນຈັບມື້ສ້າງຂໍ້ແຂ່ງຂັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນໄລຍະ 2021-2025 ສາມາດບັນລຸຜົນຕາມທິດທາງແຜນການທີ່ວາງໄວ້ ແຕ່ນີ້ຫາປີ 2025 ໃຫ້ໄດ້ຮັບເປັນຈິງ.