ເຊັນບົດບັນທຶກຮ່ວມມື ອອກແບບສະໜາມກ໊ອບ ຢູ່ເຂດເສດຖະກິດພິເສດບຶງທາດຫລວງ

ບໍລິສັດ ລາວທາດຫລວງລົງທຶນພັດທະນາ ຈຳກັດ ແລະ ບໍລິສັດ ຟໍໂດ້ ດີຊາຍ ໄດ້ເຊັນບົດບັນທຶກການຮ່ວມມືກ່ຽວກັບ ການອອກແບບສະໝາມກ໊ອບ 18 ຫລຸມ ໃນເຂດເສດຖະກິດພິເສດບຶງທາດຫລວງ ໃນວັນທີ 26 ເມສາ 2023 ທີ່ນະຄອນຫລວງວຽງຈັນ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ນາງ ຫວງ ສຽວເຫວິນ ຮອງປະທານ ບໍລິສັດ ລາວທາດຫລວງລົງທຶນພັດທະນາ ຈຳກັດ ແລະ ທ່ານ ນິກ ຟໍໂດ້ ປະທານ ບໍລິສັດ ຟໍໂດ້ ດີຊາຍ ໂດຍມີ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ຄິມ ຮາຢອກ ຊັອກ ປະທານບໍລິສັດ ຢູອຶນນາຍ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິຍານ.

ທ່ານ ນາງ ທ່ານ ນາງ ຫວງ ສຽວເຫວິນ ຮອງປະທານ ບໍລິສັດ ລາວທາດຫລວງລົງທຶນພັດທະນາ ຈຳກັດໄດ້ກ່າວວ່າ: ການເຊັນສັນຍາຄັ້ງນີ້, ແມ່ນການຮ່ວມມືການອອກແບບສະໝາມກ໊ອບ 18 ຫລຸມ ໃນເຂດເສດຖະກິດພິເສດບຶງທາດຫລວງ ເພື່ອພັດທະນາ ແລະ ດຶງດູດການທ່ອງທ່ຽວ ລວມເຖິງການລົງທຶນເຂົ້າມາໃນ ສປປ ລາວ. ເຂດເສດຖະກິດພິເສດບຶງທາດຫລວງ ກໍາລັງຈະສ້າງສະໜາມກ໊ອບ ທີ່ໄດ້ມາດຕະຖານລະດັບໂລກ ທີ່ອອກແບບໂດຍນັກອອກແບບລະດັບສາກົນ ເຊິ່ງສະໜາມກ໊ອບທີ່ອອກແບບນັ້ນ ຈະເຮັດໃຫ້ເຂດເສດຖະກິດພິເສດບຶງທາດຫລວງ ເປັນບ່ອນດຶງດູດ ບັນດາບໍລິສັດຕ່າງປະເທດ ເຂົ້າມາລົງທຶນຢູ່ໃນປະເທດລາວ ລວມທັງການພັກອາໄສ.

ກິລາກ໊ອບ ເປັນກິລາພັກຜ່ອນທີ່ມີສະເໜ່ພິເສດ, ເປັນການອອກກຳລັງກາຍທີ່ພັດທະນາທັກສະ ໃນສະພາບແວດລ້ອມສີຂຽວ ທີ່ສະຫງ່າງາມ ແລະ ເປັນທີ່ນິຍົມຂອງຜູ້ຄົນຈາກທົ່ວໂລກ.

ຂ່າວ: ສຸກທະວີ

error: Content is protected !!