ປະທານສະພາແຫ່ງຊາດ ເນັ້ນໃຫ້ບໍລິສັດວັງຕັດ ຂຸດຄົ້ນບໍ່ແຮ່ ພ້ອມຮັກສາສິ່ງແວດລ້ອມທໍາມະຊາດ

ໃນວັນທີ 3 ພຶດສະພາ 2022, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈໍາກັດ ຢູ່ແຂວງ ອັດຕະປື ໂດຍການຕ້ອນຮັບຂອງ ທ່ານ ພົງໄຊ ໄຊສະນະ ໄຊຍະເສນາ ປະທານ ບໍລິສັດວັງຕັດ ຂຸດຄົ້ນບໍ່ແຮ່ຈໍາກັດ ພ້ອມດ້ວຍຄະນະ.

ທ່ານ ປະທານ ບໍລິສັດວັງຕັດ ຂຸດຄົ້ນບໍ່ແຮ່ຈໍາກັດ ໄດ້ລາຍງານໃຫ້ຮູ້ວ່າ: ບໍລິສັດ ໄດ້ສ້າງຕັ້ງຂຶ້ນໃນປີ 2009 ຢູ່ເຂດບ້ານວັງຕັດໃຫຍ່-ບ້ານຢຽງດາກ ເມືອງຊານໄຊ ແຂວງອັດຕະປື, ໄດ້ດຳເນີນໂຄງການ ຊອກຄົ້ນ, ສຳຫລວດ ແລະ ຂຸດຄົ້ນແຮ່ທາດທີ່ ເຂດຈຸດສຸມວັງຕັດ ເມືອງຊານໄຊ ແລະ ໃນເນື້ອທີ່ຈຳນວນໜຶ່ງທີ່ເຂດດາກລຸກ ເມືອງດາກຈຶງ ແຂວງເຊກອງ. ປັດຈຸບັນ ເນື້ອທີ່ຊອກຄົ້ນ, ສຳ ຫລວດທັງໝົດມີ 399,1 ກິໂລຕາແມັດ ແລະ ເນື້ອທີ່ ທີ່ໄດ້ຮັບອະນຸຍາດຂຸດຄົ້ນມີພຽງ 18 ກິໂລຕາແມັດ. ໂຄງການດັ່ງກ່າວ ນອນໃນເຂດພູມສັນຖານເນີນພູ, ສະ ພາບທາງດ້ານອາກາດ ແບ່ງອອກເປັນ 2 ໄລຍະ ຄື ລະດູ ແລ້ງ ແລະ ລະດູຝົນ, ເງື່ອນໄຂທາງດ້ານເສດຖະກິດ-ສັງຄົມ ໃນພື້ນທີ່ແມ່ນພົບຄວາມຍຸ້ງຍາກ ແລະ ລະ ບົບພື້ນຖານໂຄງລ່າງແມ່ນ ຍັງບໍ່ທັນຮັບການພັດທະນາ. ປີຜ່ານມາ, ບໍລິສັດ ໄດ້ສຸມໃສ່ການສຳຫລວດ ເປີດກວ້າງເນື້ອທີ່ ທີ່ໄດ້ຮັບອະນຸຍາດຊອກຄົ້ນ-ສຳ ຫລວດ ແລະ ສຸມໃສ່ການສຳ ຫລວດເລິກ ໃນບັນດາພື້ນທີ່ ທີ່ໄດ້ຮັບອະນຸຍາດການຂຸດຄົ້ນ ເພື່ອແນໃສ່ປະເມີນລາຄາທີ່ແນ່ນອນທາງດ້ານຄຸນນະພາບ ແລະ ປະ ລິມານສະສົມແຮ່ທີ່ນຳເຂົ້າການຜະ ລິດ, ໄດ້ດຳເນີນການເຊັນສັນຍາ ກັບໜ່ວຍງານຊີເຈາະສຳຫລວດທີ່ມີຊື່ສຽງລະດັບສາກົນ ໄດ້ດຳເນີນການຊີເຈາະລວມໄດ້ບໍລິມາດ 60.000 ແມັດເຈາະ.

ໃນໂອກາດດຽວກັນ, ທ່ານ ໄຊສົມພອນ ພົມວິຫານ ໄດ້ເນັ້ນໃຫ້ບໍລິ ສັດເອົາໃຈໃສ່ບາງບັນຫາ ເປັນຕົ້ນ ແມ່ນວຽກງານການປົກປັກຮັກສາສິ່ງແວດລ້ອມທໍາມະຊາດ ເນື່ອງຈາກວ່າ ການລົງທຶນຂຸດຄົ້ນບໍ່ແຮ່ ມີການນໍາໃຊ້ເຕັກນິກ ເຕັກໂນໂລຊີທີ່ທັນສະໄໝ ເຊິ່ງອາດສົ່ງຜົນກະທົບຕໍ່ຄຸນນະພາບຂອງນໍ້າ ທີ່ປະ ຊາຊົນນໍາໃຊ້ເຂົ້າໃນການດໍາລົງຊີວິດປະຈໍາວັນ. ຖ້າການຂຸດ ຄົ້ນບໍ່ແຮ່ ສົ່ງຜົນກະທົບແມ່ນໍ້າລໍາເຊ ກໍຂໍໃຫ້ບໍລິສັດຄົ້ນຄວ້າຊອກຫາວິທີການບໍາບັດ ແລະ ວິທີການອື່ນທີ່ຈະເກີດຜົນກະທົບໜ້ອຍທີ່ ສຸດ. ການຊົດເຊີຍຜົນກະທົບຕໍ່ບ່ອນຢູ່ອາໄສ, ທີ່ດິນທໍາການຜະ ລິດຂອງປະຊາຊົນ ຖ້າມີ ກໍໃຫ້ເອົາ ໃຈໃສ່ຄົ້ນຄວ້າຊອກຫາວິທີແກ້ໄຂ ຢ່າງເໝາະສົມ. ພ້ອມກັນນີ້, ການລົງທຶນຂຸດຄົ້ນບໍ່ແຮ່ ເປັນການລົງ ທຶນທີ່ພໍ່ແມ່ປະຊາຊົນ ມີຄວາມສົນໃຈຫລາຍ ແລະ ເອົາໃຈໃສ່ຕິດຕາມການດໍາເນີນໂຄງການ ໂດຍສະເພາະ ພໍ່ແມ່ປະຊາຊົນທີ່ອາໄສຢູ່ທ້ອງຖິ່ນ ທີ່ມີຄວາມຕິດພັັນກັບຊັບສົມບັດດັ່ງກ່າວ.

ສະນັ້ນ, ຈຶ່ງສະເໜີໃຫ້ບໍລິສັດເອົາ ໃຈໃສ່ປະຕິບັດ ໂຄງການລົງທຶນຕາມກົດໝາຍກໍານົດ; ເອົາໃຈໃສ່ການປະຕິບັດພັນທະຕາມກົດໝາຍກໍານົດ ກໍຄື ໃຫ້ຮັບປະກັນ 3 ຜົນປະໂຫຍດ ເປັນຕົ້ນ ຜົນປະ ໂຫຍດລວມຂອງປະເທດຊາດ, ຜົນປະໂຫຍດຂອງຜູ້ລົງທຶນ ແລະ ຜົນປະໂຫຍດຂອງທ້ອງຖິ່ນ, ບ່ອນບໍ່ແຮ່ຕັ້ງຢູ່ ກໍໃຫ້ໄດ້ຮັບການພັດທະນາ.

ນອກຈາກນີ້. ການປະກອບສ່ວນຂອງຜູ້ລົງທຶນ ເຂົ້າໃນການພັດທະ ນາທ້ອງຖິ່ນ ເປັນແນວທາງນະ ໂຍບາຍ ທັງເປັນວຽກງານທີ່ສໍາຄັນຫລາຍ, ໂຄງການລົງທຶນໄດ້ຮັບຜົນສໍາເລັດ, ທ້ອງຖິ່ນກໍໄດ້ຮັບການພັດທະນາ ເພື່ອແກ້ໄຂບັນຫາຮ້ອງຂໍຕໍ່ວ່າຂອງປະຊາຊົນ ທີ່ດໍາລົງຊີວິດຢູ່ຂອບເຂດດັ່ງກ່າວ ທັງເປັນການສ້າງຄວາມກົມກຽວ ລະຫວ່າງ ຜູ້ລົງທຶນ ແລະ ປະ ຊາຊົນ.

error: Content is protected !!