
ມາຮອດປັດຈຸບັນ ໂຄງການກໍ່ສ້າງສະ ໜາມບິນໜອງຄ້າງ ໄດ້ອອກແບບເສັ້ນບິນ ແລະ ຕິດຕັ້ງລະບົບເຄື່ອງຊ່ວຍການບິນສຳເລັດແລ້ວ. ໃນວັນທີ 19 ເມສາ 2023 ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ໄດ້ຈັດຕັ້ງປະຕິບັດການບິນທົດສອບເສັ້ນບິນ ແລະ ອຸປະກອນຊ່ວຍການບິນ ຂອງສະໜາມບິນ ໜອງຄ້າງ, ແຂວງຫົວພັນ ໂດຍນໍາໃຊ້ເຮືອບິນກວດສອບຂອງ ບໍລິສັດວິທະຍຸການບິນປະເທດໄທ “AEROTHAI”, ຊະນິດເຮືອບິນ Supper King Air Models-B300 ເລກທະບຽນ HS-AIM ຊຶ່ງມີແຜນບິນທົດສອບ ແຕ່ວັນທີ 19-27 ເມສາ 2023.
ສະໜາມບິນໜອງຄ້າງ ຕັ້ງຢູ່ບ້ານໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ໄດ້ເລີ່ມຕົ້ນກໍ່ສ້າງມາແຕ່ ປີ 2013 ເປັນຕົ້ນມາ. ໂດຍກໍ່ສ້າງໃຫ້ໄດ້ຕາມມາດຕະຖານຄວາມປອດໄພຂອງກົມການບິນພົນລະ ເຮືອນ (MOS 2009) ແລະ ມາດຕະຖານສາກົນ (ICAO) ວາງອອກ ກໍ່ຄື: ສະໜາມບິນໃຫ້ໄດ້ຂະໜາດ 3C (Aerodrome Code 3C), ຊຶ່ງສາມາດຮອງຮັບເຮືອບິນຂະໜາດ 70-100 ບ່ອນນັ່ງ ເຊັ່ນ: ເຮືອບິນ ATR 72, Fokker 70, MA-60, Fokker -100 ຫລື ທຽບເທົ່າ. ເຊິ່ງທາງແລ່ນຂຶ້ນ-ລົງ ມີຄວາມຍາວທັງໝົດ 2400 ແມັດ, ກວ້າງ 30 ແມັດຄາດວ່າຈະມີການ ມອບ-ຮັບ ໃນທ້າຍ ເດືອນເມສາ 2023.



ຂ່າວ;ພາບ: ຂ່າວສານ ແຂວງຫົວພັນ