
ຕາມແຈ້ງການຂອງ ກະຊວງສາທາລະນະສຸກ ກົມອາຫານ ແລະ ຢາ ເລກທີ 3865/ກອຢ ໃນວັນທີ 19 ເມສາ 2023 ໄດ້ອອກມາເຕືອນປະຊາຊົນເລື່ອງ: ຫ້າມບໍລິໂພກ ແລະ ຈໍາໜ່າຍ ຜະລິດຕະພັນອາຫານ ເຝີເຮືອເຄິ່ງສໍາເລັດຮູບ (ກາເລີຣົດ).
ໂດຍຄະນະກໍາມະການຄຸ້ມຄອງອາຫານ ແລະ ຢາ ແຫ່ງລາຊະອານາຈັກໄທ ກວດພົບຜະລິດຕະພັນອາຫານບັນຈຸຖົງພາສຕິກສີແດງ ສະຫຼາກລະບຸ ເຝີເຮືອເຄີ່ງສໍາເລັດຮູບ (ກາເລີຣົດ) “Lerros Instant Boat Noodle” ເລກ ອ.ຢ ໄທ 12-2-01765-6-0002 ວັນ ທີ່ຜະລິດ 01.02.2023 ວັນໝົດດອາຍຸ 01.05.2023, ຜະລິດໂດຍ: ກ້ວຍຕຽວເລີຣົດ ເລກທີ 9/10 ຕໍາບົນບ້ານໃຫມ່ ຈັງຫວັດນົນທະບູລີ, ຈັດຈໍາໜ່າຍໂດຍ: ບໍລິສັດ ເລີຣົດ ອິນເຕີຟຸດ ຈໍາກັດ ເລກທີ408/6 ຫມູ່ 7 ຕໍາບົນ ບາງປູໃຫມ່ ອໍາເພີ ເມືອງສະມຸດປາການ ປະເທດໄທ (ຕາມຮູບພາບທີ່ໄດ້ຕິດຄັດ) ມີການປົນເປື້ອນ ເຊື້ອຈຸລິນຊີ Bacillus cereus 6,600CFU/ກຣາມ ເກີນມາດຕະຖານກໍານົດ ເຊິ່ງສາມາດເຮັດໃຫ້ເກີດພະຍາດຖອກທ້ອງ, ອາຫານເປັນພິດ ແລະ ມີຄວາມອັນຕະລາຍຕໍ່ສຸຂະພາບ.
ດັ່ງນັ້ນ, ກົມອາຫານ ແລະ ຢາ ຈຶ່ງຮຽນມາຍັງທ່ານເພື່ອພິຈາລະນະຊີ້ນໍາເຈົ້າໜ້າທີ່ກວດກາອາຫານ ລົງຕິດຕາມ ແລະ ເຝົ້າລະວັງການນໍາເຂົ້າ ແລະ ຈໍລະຈອນຕາມທ້ອງຕະຫຼາດ ແລະ ແຈ້ງມາຍັງຜູ້ບໍລິໂພກ ຫ້າມຊື້, ຫ້າມບໍລິໂພກ, ຫ້າມຈໍາໜ່າຍ ແລະ ນໍາເຂົ້າ ຜະລິດຕະພັນດັ່ງກ່າວຕາມທີ່ໄດ້ກ່າວໄວ້ຂ້າງເທິງນີ້.

