ບຸນປີໃໝ່ລາວ ຖືເປັນບຸນປະເພນີຂອງ ປະເທດລາວ ຂອງເຮົາທີ່ມີແຕ່ບູຮານນະການທີ່ສືບທອດກັນມາຕັ້ງແຕ່ຍຸກກ່ອນໆ ແຕ່ສະໄໝບູຮານຈົນມາຮອດປັດຈຸບັນ ໂດຍກຳນົດມື້ 3 ວັນຄື 14-15-16 ເມສາ ຂອງທຸກໆປີ ວັນທີ 14 ເອີ້ນວ່າວັນສັງຂານລ່ວງ ໝາຍເຖິງວັນສົ່ງທ້າຍປີເກົ່າ ວັນທີ 15 ວັນສັງຂານເນົາ ໝາຍເຖິງວັນລະຫວ່າງກາງ ວັນທີ 16 ວັນສັງຂານຂຶ້ນ ໝາຍເຖິງວັນເລີ່ມຕົ້ນຂອງວັນປີໃໝ່ ຫຼືວັນປ່ຽນ ຈສ 1382 ເປັນ ຈສ 1383
ເຊິ່ງມີເລື່ອງເລົ່າດັ່ງນີ້:
ໃນສະໄໝກ່ອນ ຍັງມີລູກຊາຍຂອງມະຫາເສດຖີ ຊື່ວ່າ: ທັມມະບານກຸມມານ ເປັນຄົນທີ່ ສະຫຼຽວສະຫຼາດ, ມີວິຊາຄວາມຮູ້ສູງ, ເປັນຜູ້ສອນທັມມະ, ມົງຄຸນແກ່ຄົນທົ່ວໄປ ແລະ ເຂົ້າໃຈໃນພາສາສັດຕ່າງໆນຳອີກ ຊື່ສຽງຂອງ ທັມມະປາລະກຸມມານ ໂດ່ງດັງໄປທົ່ວຊົມພູທະວີບຮອດຫູ ພຣະຍາກະບິນລະພົມ ຜູ້ມີຣິດເດດກ້າ ແລະ ມີຄວາມຮູ້ຄວາມສາມາດເໜືອກວ່າມະນຸດທັງຫຼາຍ ເມື່ອຮູ້ເຊັ່ນນັ້ນ ພຣະຍາກະບິນລະພົມ ຈຶ່ງສັ່ງໃຫ້ ເສນາອາມາດ ໄປເຊີນເອົາທ້າວ ທັມມະບານກຸມມານ ມາຖາມບັນຫາ ເພື່ອເປັນການລອງພູມປັນຍາຄວາມຮູ້ກັນ.
ພຣະຍາກະບິນລະພົມ ຕັ້ງຄຳຖາມດັ່ງນີ້: ຕອນເຊົ້າ “ສີຣິ” ຫຼື “ຣາສີ” ຂອງຄົນເຮົາ ຢູ່ບ່ອນໃດ?, ຕອນບ່າຍ “ຣາສີ” ຂອງຄົນເຮົາ ຢູ່ບ່ອນໃດ?, ຕອນກາງຄືນ “ຣາສີ” ຂອງຄົນເຮົາ ຢູ່ບ່ອນໃດ? ໂດຍໃຫ້ເວລາແກ່ ທັມມະບານກຸມມານ ຕອບພາຍໃນ 7 ວັນ ແລະ ວາງກະຕິກາໄວ້ວ່າ: ຖ້າທ້າວ ທັມມະບານກຸມມານ ຕອບບໍ່ໄດ້ ຈະຖືກຕັດຄໍ ແລະ ຖ້າທັມມະບານກຸມມານ ຕອບໄດ້ຢ່າງຖືກຕ້ອງ ພຣະຍາກະບິນລະພົມ ຈະຕັດຄໍຕົນເອງ ບູຊາຄວາມຮູ້ຂອງທັມມະບານກຸມມານ. ແຕ່ຫົກມື້ຜ່ານໄປ ທັມມະບານກຸມມານ ກໍຍັງຄິດບັນຫານັ້ນບໍ່ອອກ ຈຶ່ງມາຄິດໃນໃຈວ່າຖ້າຈະໃຫ້ ພຣະຍາກະບິນລະພົມ ຂ້າກໍເປັນການອັບອາຍຂາຍໜ້າ ໄປຕາຍເສຍບ່ອນອື່ນຈະດີກວ່າ ຄິດແລ້ວກໍໜີໄປນອນລີ້ຢູ່ທີ່ຮົ່ມກ້ອງກົກຕານສອງຕົ້ນ, ຢູ່ເທິງກົກຕານນັ້ນມີນົກອີນຊີສອງຜົວເມຍລົມກັນວ່າ:
ເມຍ: ມື້ອື່ນນີ້ເຮົາຊິໄດ້ກິນຫຍັງເປັນອາຫານ?
ຜົວ: ມື້ອື່ນນີ້ພວກເຮົາຈະໄດ້ກິນຊີ້ນຄົນ
ເມຍ: ຈະໄດ້ກິນຊີ້ນຜູ້ໃດ?
ຜົວ: ຈະໄດ້ກິນຊີ້ນສົບຂອງທ້າວ ທັມມະບານກຸມມານ ເພາະແກ້ບັນຫາຂອງພະຍາ ກະບິນລະພົມ ບໍ່ໄດ້ຈະຖືກພະຍາ ກະບິນລະພົມ ຕັດຄໍໃນມື້ອື່ນ.
ເມຍ: ບັນຫານັ້ນວ່າແນວໃດ?
ຜົວ: ມີສາມຂໍ້,
ຜົວ: ບັນຫາສາມຂໍ້ນັ້ນແກ້ວ່າແນວໃດ?
ຜົວ: ສີຣິ ຫຼື ຣາສີ ຂອງຄົນເຮົາຕອນເຊົ້ານັ້ນ ແມ່ນຢູ່ທີ່ໜ້າ ສະນັ້ນນອນຕື່ນມາມື້ເຊົ້າຕ້ອງລ້າງໜ້າ, ຣາສີຂອງຄົນເຮົາໃນຕອນບ່າຍແມ່ນຢູ່ໜ້າເອິກ ເຮົາຈຶ່ງເອົານໍ້າເຢັນມາລູບໜ້າເອິກ, ຕອນຄໍ່າແມ່ນຢູ່ທີ່ຕີນ ສະນັ້ນກ່ອນເຂົ້ານອນຈຶ່ງລ້າງຕີນໃຫ້ສະອາດແລ້ວຈຶ່ງນອນ.
ເມື່ອທ້າວ ທັມມະບານກຸມມານ ໄດ້ຍິນນົກສອງໂຕຜົວເມຍລົມກັນເລື່ອງບັນຫານັ້ນກໍ່ເລີຍຈື່ໄດ້ຈຶ່ງລຸກຈາກບ່ອນນອນກັບຄືນເມືອເຮືອນຂອງຕົນ. ຕື່ນມື້ເຊົ້າມາ ພຣະຍາກະບິນລະພົມ ກໍ່ລົງມາຖາມບັນຫາ ຕາມທີ່ນັດກັນໄວ້ ທັມມະບານກຸມມານ ແກ້ໄດ້ຕາມທີ່ໄດ້ຍິນນົກສອງຜົວເມຍລົມກັນນັ້ນ ພຣະຍາກະບິນລະພົມ ກໍຍອມຮັບວ່າຖືກຕ້ອງ ແລະ ຍອມແພ້ ຈຳຕ້ອງໄດ້ຕັດຄໍຕົນເອງ ແຕ່ຍ້ອນຄວາມມີລິດເດດກ້າຂອງພະຍາ ກະບິນລະພົມ ຄໍທີ່ຕັດນັ້ນເອົາໄວ້ໃສກໍບໍ່ໄດ້ຈະເອົາຖີ້ມ ຫຼື ຝັງໃສ່ພື້ນດິນກໍບໍ່ໄດ້ ເພາະຈະພາໃຫ້ເດືອດຮ້ອນ ຈະພາໃຫ້ເກີດມີສະພາບແຫ້ງແລ້ງຂຶ້ນໃນໂລກ, ສະນັ້ນກ່ອນຕັດຄໍຕົນເອງ ພຣະຍາກະບິນລະພົມ ຈຶ່ງສັ່ງໃຫ້ລູກສາວຂອງຕົນທັງ 7 ຄົນ ມາປະຊຸມ
(ລູກສາວ 7 ຄົນແມ່ນແທນໃຫ້ 7 ວັນ ໃນອາທິດຫນື່ງ) ຄື:
- ນາງ ສະເທວີ (ວັນອາທິດຂີ່ຄຸດ),
- ນາງ ໂຄລະຄະເທວີ (ວັນຈັນຂີ່ເສືອ),
- ນາງ ຮາກສະເທວີ (ວັນອັງຄານຂີ່ຫມູ),
- ນາງ ມົນທາເວທີ (ວັນພຸດຂີ່ມ້າລໍ),
- ນາງ ກິລິນີ ເທວີ (ວັນພະຫັດ ຂີ່ຊ້າງ),
- ນາງ ກິມີຫາເທວີ (ວັນສຸກ ຂີ່ຄວາຍ),
- ນາງ ມະໂຫທອນ ເທວີ (ວັນເສົາ ຂີ່ນົກຍູງ)
ເມື່ອທັງ 7 ນາງ ພ້ອມໜ້າພ້ອມຕາກັນແລ້ວ ຜູ້ເປັນພໍ່ຈິ່ງສັ່ງຄວາມວ່າ ຕອນພໍ່ຖືກຕັດຄໍໃຫ້ພວກລູກເອົາຖາດຄໍາມາຮອງຮັບບໍ່ໃຫ້ເລືອດ ແລະ ຫົວຂອງພໍ່ຕົກລົງດິນ ຈາກນັ້ນ ໃຫ້ຫອບໄວ້ ຢູ່ໃນຖ້ຳເຂົາສຸເມນໂນລາດ ເມື່ອເຖິງເດືອນຫ້າຟ້າລ່ວງ ຫຼື ກຸດສົງການປີໃດ ຖ້າສັງຂານລ່ວງຖືກມື້ໃດ ໃຫ້ລູກສາວປະຈຳວັນນັ້ນ (ນາງສັງຂານ) ຂີ່ສັດພາຫະນະຂອງຕົນ ໄປແຫ່ເອົາຫົວພໍ່ອອກຈາກຖ້ຳ ເພື່ອຫົດສົງ ສວ່າຍລ້າງ ດ້ວຍນ້ຳອົບນ້ຳຫອມໃຫ້ສະອາດ ແລ້ວນຳໄປໄວ້ບ່ອນເກົ່າ ຍ້ອນແນວນັ້ນເອງ ເມື່ອຮອດກຸດສົງການປີໃຫມ່ ແຕ່ລະປີປະຊາຊົນລາວພວກເຮົາຈິ່ງເອົານ້ຳອົບ ນ້ຳຫອມ ຫຼື ນ້ຳດອກໄມ້ ໄປຫົດສົງພະພຸດທະຮູບ, ຫົດສົງ ພໍ່ແມ່ເຖົ້າແກ່ ຄູບາອາຈານ ແລະ ຍາດຕິພີ່ນ້ອງ ເພື່ອນຝູງ ເພື່ອຄວາມເປັນສິລິມົງຄຸນ ສືບຕໍ່ກັນມາຈົນເຖິງປັດຈຸບັນ.
ຖືຕາມເທບນິຍາຍນີ້ ກ່ອນກຸດສົງການຈະມາເຖິງ ຈິ່ງມີການເລືອກເອົານາງສາວ ທີ່ຍັງເປັນຍິງ ພົມມະຈັນ ທີ່ງາມກວ່າໝູ່ ມີຄຸນສົມບັດດີກວ່າໝູ່ຂື້ນເປັນນາງສັງຂານ ແລະ ນາງສັງຂານຈະຄອງຕຳແຫນ່ງເປັນເວລາ 1 ປີ ຈົນເຖິງກຸດສົງການຮອບໃຫມ່ກໍເລືອກເອົານາງສັງຂານຄົນໃຫມ່ ແລະ ປະເພນີນີ້ໄດ້ປະຕິບັດເປັນປະຈຳໃນແຕ່ລະປີ.