ທະນາຄານແຫ່ງ ສປປ ລາວ ໄດ້ໃຫ້ຮູ້ວ່າ: ປະຈຸບັນໄດ້ມີກຸ່ມຄົນບໍ່ດີຈໍານວນໜຶ່ງສ້າງຄວາມປັ່ນປ່ວນໃນສັງຄົມ ດ້ວຍການນຳເອົາທະນະບັດປະເພດໃບ 100.000 ກີບ ທີ່ນໍາໃຊ້ໃນຂອດຈໍລະຈອນ ປະຈຸບັນມາຕັດຕໍ່ເຮັດເປັນທະນະບັດ ປະເພດໃບ 500.000 ກີບ ໂດຍນຳເອົາຮູບພາບປະທານ ສຸພານຸວົງ ແລະ ດັດແປງຕົວເລກມູນຄ່າ 100.000 ກີບ ເປັນຕົວເລກມູນຄ່າ 500.000 ກີບ ໃສ່ໃນໃບທະນະບັດດັ່ງກ່າວ.
ເຊິ່ງໄດ້ສ້າງຂ່າວທີ່ບໍ່ມີມູນຄວາມຈິງໃນສັງຄົມອອນລາຍ ວ່າຈະມີການອອກນໍາໃຊ້ ຕໍ່ກັບບັນຫາດັ່ງກ່າວ ທະນາຄານແຫ່ງ ສປປ ລາວ ຢັ້ງຢືນວ່າ:
ບໍ່ມີມູນຄວາມຈິງ ເປັນຂ່າວປອມ.
ສະນັ້ນແລ້ວໃຫ້ສັງຄົມຈົ່ງມີສະຕິລະວັງຕົວໃນການຕິດຕາມຂ່າວ ເພື່ອບໍ່ໃຫ້ຕົກເປັນເຄື່ອງມືຂອງກຸ່ມຕົນບໍ່ຫວັງດີ ສ້າງຄວາມ ບັ້ນປວນໃນສັງຄົມ.
