
ຕະຫລາດກາງຄືນຖະຫນົນສີຫອມ ຂາຍເຄື່ອງກິນ ແມ່ນເປີດໃຫມ່ແລ້ວ ເປັນລະບຽບຮຽບຮ້ອຍດີ ເປີດຂາຍຢູ່ຈຸດສະຖານທີ່ດິນ ຂອງຮ້ານອາຫານດາວວຽງເກົ່າ (ຕັງດາວວຽງ) ເຊິ່ງເລີ່ມເປີດມາແຕ່ ວັນທີ 01/04/2023.
ຫລັງຈາກທີ່ມີເຈົ້າຫນ້າທີທາງການປະກາດທາງລົດຕູ້ດ້ວຍໂທລະໂຂ່ງ ເມື່ອວັນທີ 23/03/2023 ບໍ່ໃຫ້ເປີດຮ້ານອາຫານໃສ່ແຄມທາງ ໃສ່ຫນ້າເຮືອນ ຫນ້າໂຮງແຮມຕ່າງໆ ໃນເຂດບໍລິເວນແຄມທາງດັ່ງກ່າວ ແມ່ນໃຫ້ເລີ່ມປະຕິບັດແຕ່ວັນທີ 24/03/2023 ເປັນຕົ້ນໄປ … ເຮັດໃຫ້ແຖວນັ້ນງຽບເຫງົາ ຜູ້ຄົນຈາງຫາຍໄປເກືອບຫມົດ
ນັບແຕ່ມີຄົນຮູ້ວ່າມີຮ້ານຄ້າກັບມາເປີດອີກ ຜູ້ຄົນກໍ່ເລິ່ມຄືກຄັກມາອີກ ເພາະມີຮ້ານຕ່າງໆມາເປີດຮ່ວມກັນໃສ່ດິນວ່າງແຖວນັ້ນແລ້ວ ຫວັງວ່າສະຖານທີ່ແຫ່ງນີ້ຄົງຈະບໍ່ມີບັນຫາຫຍັງແລ້ວເນາະ ? ໃຜໄປແຖວນັ້ນ ແມ່ນມີຮ້ານຕ່າງໆ ມີເຄື່ອງກິນແຊບໆ ໃຫ້ເລືອກຊື້ໄດ້ຄືເກົ່າເດີ … ຢ່າລືມໄປອຸດໝູນເພິ່ນແດ່ເດີ


