
ໃນໂອກາດ ສົ່ງທ້າຍປີເກົ່າ ພສ 2565 ແລະ ຕ້ອນຮັບປີໃໝ່ລາວ ພສ 2566 ທີ່ໃກ້ຈະມາເຖິງນີ້, ສວນວັດທະນະທໍາຊຽງຄວນ ແມ່ນມີຄວາມພ້ອມຕ້ອນຮັບບັນດານັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີແຜນທ່ອງທ່ຽວ ໂດຍຈະຈັດໃຫ້ມີຫຼາຍກິດຈະກຳ ທີ່ຕິດພັນກັບການຮັກສາມູນເຊື້ອວັດທະນະນຳທຳ ແລະ ຮີດຄອງປະເພນີອັນດີງາມ ຂອງຊາດ ໃຫ້ມີຄວາມຍືນຍົງ.

ທ່ານນາງ ສ້ອຍສຸດາ ອິນເມືອງໄຊ, ປະທານບໍລິສັດ ສວນວັດທະນະທໍາຊຽງຄວນ ຈໍາກັດ ຜູ້ດຽວ ກ່າວວ່າ: ໃນໂອກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ທີ່ຈະມາເຖິງນີ້, ສະຖານທີ່ທ່ອງທ່ຽວສວນຊຽງຄວນ ຈະຈັດໃຫ້ມີຫຼາຍກິດຈະກໍາ ເປັນຕົ້ນແມ່ນຢູ່ຕາມຈຸດ ເຂົ້າ-ອອກ ຈະກະກຽມນໍ້າອົບ-ນໍ້າຫອມໄວ້ ແຈກຢາຍໃຫ້ແຂກ (ໂດຍບໍ່ເສຍຄ່າ), ມີພວງມາໄລ, ໝາກເບັງ, ດອກໄມ້, ທູບທຽນ ເພື່ອກຽມໄຫວ້ພະພຸດທະຮູບ ແລະ ກ່ອນຈະເຖິງມື້ບຸນປີໃໝ່ ສະຫະພັນແມ່ຍິງ ນະຄອນຫຼວງ ວຽງຈັນ ຈະຈັດງານສະເຫຼີມສະຫຼອງວັນແມ່ຍິງສາກົນຍ້ອນຫຼງ ແລະ ສະເຫຼີມສະຫຼອງວັນສົ່ງທ້າຍປີເກົ່າ ແລະຕ້ອນຮັບປີໃໝ່ ຢູ່ທີ່ ສວນຊຽງຄວນແຫ່ງນີ້.

ດັ່ງນັ້ນ, ຈຶ່ງຝາກເຖິງບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸກປະສົງຢາກໄປທ່ອງທ່ຽວເມືອງ ຫາດຊາຍຟອງ, ສະຖານທີ່ສວນຊຽງຄວນ ແມ່ນຍິນດີຕ້ອນຮັບທຸກໆທ່ານ ເຊິ່ງສະຖານທີ່ແຫ່ງນີ້ ເປັນແຫຼ່ງທ່ອງທ່ຽວທາງດ້ານມໍລະ ດົກ ວັດທະນະທໍາ, ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນແຫ່ງທໍາອິດ ຂອງ ນະຄອນຫຼວງ ວຽງຈັນ, ມາເຖິງ ປັດຈຸບັນ ແຂກຕ່າງປະເທດກຳລັງຫຼັ່ງໄຫຼເຂົ້າໄປທ່ຽວຊົມເປັນຈໍານວນຫຼາຍ ໂດຍສະເພາະ ນັກທ່ອງທ່ຽວຈາກປະເທດຈີນ, ໄທ, ສ. ເກົາຫຼີ, ຫວຽດນາມ ແລະ ຈາກທະວີບວເອີຣົບ.

“ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ປີໃໝ່ລາວທີ່ຈະມາເຖິງນີ້, ບັນດາແຂກທັງພາຍໃນ ແລະ ຕ່າງປະເທດ ຈະເຂົ້າໄປທ່ຽວຊົມສວນຊຽງຄວນ ເປັນຈໍານວນຫຼາຍ ເພາະສະຖານທີ່ແຫ່ງນີ້ ມີຮູບປັ້ນຫຼໍ່, ມີພະພຸດທະຮູບ, ມີວັດທະນະທໍາເກົ່າແກ່ ເປັນຈໍານວນຫຼາຍ ເພື່ອໃຫ້ບັນດາແຂກໄດ້ທ່ຽວຊົມ, ໄດ້ຫົດສົງນ້ຳພະຕາມຮີດຄອງປະເພນີ ຂອງການຫຼິ້ນບຸນປີໃໝ່ ລາວ” ທ່ານນາງ ສ້ອຍສຸດາ ກ່າວ.