ປັດຈຸບັນ ບັນຫາລາຄານ້ຳມັນແພງ ໄດ້ເຮັດໃຫ້ຫຼາຍຄົນເລືອກຫັນມາໃຊ້ລົດໄຟຟ້າກັນຫຼາຍຂຶ້ນ ເຊິ່ງ MG ກໍເປັນອີກຄ້າຍໜຶ່ງທີ່ຜະລິດລົດໄຟຟ້າອອກມາຈຳໜ່າຍເພື່ອເປັນອີກໜຶ່ງທາງເລືອກໃຫ້ກັບຜູ້ຊົມໃຊ້.

ຫຼ້າສຸດ ໃນວັນທີ 1 ເມສາ 2023 ທີ່ຜ່ານມາ ບໍລິສັດ MG Lao ກໍໄດ້ເຜີຍໂສມລົດໄຟຟ້າລຸ້ນໃໝ່ NEW MG4 ELECTRIC ຢູ່ທີ່ສູນລົດ MG Lao ສາຂາ ຮ່ອງໄກແກ້ວ, ເມືອງ ຈັນທະບູລີ, ນະຄອນຫຼວງ ວຽງຈັນ.

ເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ດາວວົງ ແກ້ວມະນີວົງ, ປະທານ ບໍລິສັດ MG Lao, ທ່ານ ກົງສະດາ ແກ້ວມະນີວົງ, ຮອງປະທານ ບໍລິສັດ MG Lao, ທ່ານ ສົມປະສົງ ແກ້ວມະນີວົງ, ຜູ້ບໍລິຫານ ບໍລິສັດ MG Lao, ພັນໂທ ບຸນເສີມ ພົມມະຈັນ, ຮອງຫົວໜ້າກົມຄຸ້ມຄອງ, ກະຊວງ ປ້ອງກັນຄວາມສະຫງົບ.

ທ່ານ ສົມປະສົງ ແກ້ວມະນີວົງ, ຜູ້ບໍລິຫານ ບໍລິສັດ ຈີ MG Lao ກ່າວວ່າ: ຈາກການສຳຫຼວດລູກຄ້າຢູ່ໃນປະເທດລາວພົບວ່າສິ່ງທີ່ບັນດາລູກຄ້າຍັງມີຄວາມກັງວົນຢູ່ແມ່ນເລື່ອງການຮັບປະກັນ ແລະ ການບໍລິການຫຼັງການຂາຍ. ດ້ວຍຄຸນນະພາບຂອງລົດຍົນທີ່ມີປະສິດທິພາບ ແລະ ດ້ວຍການເປັນຜູ້ຈຳໜ່າຍຊັ້ນນຳໃນລະດັບໂລກ, ທາງ MG ມີຄວາມໝັ້ນໃຈຕໍ່ນະໂຍບາຍການຮັບປະກັນສິນຄ້າ. ດັ່ງນັ້ນ MG ກໍຈະນຳເອົານະໂຍບາຍທີ່ດີທີ່ສຸດໃນການຮັບປະກັນສິນຄ້າມາໃຫ້ລູກຄ້າໃນປະເທດລາວ.

ນອກຈາກນັ້ນ ພວກເຮົາມີແຜນທີ່ຈະສ້າງຫ້ອງວາງສະແດງລົດຍົນເພີ່ມອີກ 2 ແຫ່ງຈາກ ປັດຈຸບັນ ທີ່ມີຢູ່ແລ້ວ 5 ແຫ່ງ ລວມເປັນ 7 ແຫ່ງ ພາຍໃນ ປີ 2025. ດ້ວຍນະໂຍບາຍທີ່ດີເລີດ ແລະ ການບໍລິການທີ່ຄວບຄຸມ ບັນດາທ່ານລູກຄ້າຂອງ MG ຈະໝົດຄວາມກັງວົນໃນການບໍລິການຂອງພວກເຮົາໃນປະເທດລາວ.

ເລື່ອງຄຸນນະພາບຂອງລົດຍົນແມ່ນເລື່ອງທີ່ພວກເຮົາໃຫ້ຄວາມໃສ່ໃຈ ແລະ ໃຫ້ຄວາມສຳຄັນຕໍ່ລູກຄ້າຂອງພວກເຮົາ. MG ໄດ້ນຳເອົາລົດເຂົ້າມາຈຳໜ່າຍໃນ ສປປ ລາວຢ່າງຫຼາກຫຼາຍລຸ້ນບໍ່ວ່າຈະເປັນລຸ້ນ EV, PHEV, ICE, ເຊັ່ນ EV: MG4, ZS EV & EHS , SUV: ZS, ZX, GS & HS Sedan: MG6, GT, MG5 & MG3 ຕັ້ງແຕ່ຂະໜາດນ້ອຍຈົນໄປຮອດຂະໜາດໃຫຍ່ 5 ບ່ອນນັ່ງ. ບັນດາລົດຍົນດັ່ງກ່າວນີ້ເປັນລົດທີ່ໄດ້ຂາຍດີທີ່ສຸດໃນຫຼາຍໆປະເທດ. ນອກຈາກນັ້ນ, ທາງ MG ມີແຜນທີ່ຈະນຳເອົາລົດທີ່ໃຊ້ພະລັງງານໄຟຟ້າ ເຂົ້າມາຈຳໜ່າຍ ອີກຫລາຍລຸ້ນເຊິ່ງພວກເຮົາໝັ້ນໃຈໃນລົດທີ່ມາພ້ອມເທັກໂນໂລຍີທັນສະໄໝທີ່ສຸດ, ຮູບລັກສວຍງາມທັນສະໄໝ. ພວກເຮົາໝັ້ນໃຈວ່າລົດ MG ທຸກລູ້ນຈະສາມາດຄອງຕະຫຼາດ ແລະ ຈະເປັນຜູ້ນຳໜ້າໃນຕະກຸນລົດ SUV & EV ໃນປະເທດລາວໃນອານາຄົດອັນໃກ້ນີ້.

MG ເປັນບໍລິສັດລົດຍົນ ທີ່ມີເທັກໂນໂລຍີທີ່ທັນສະໄໝ ແລະ ການໃຫ້ບໍລິການທີ່ດີເລີດ ເຊິ່ງນໍາໂດຍລົດຍົນໄຟຟ້າ ແລະ ລົດຍົນນ້ຳມັນເຊື້ອໄຟ ແລະ ດ້ວຍການເປັນຍີ່ຫໍ້ລົດທີ່ມີເທັກໂນໂລຍີທີ່ທັນສະໄໝ, ຮູບໂສມ ແລະ ສີສັນຫຼາກຫຼາຍ ພ້ອມທັງເປັນມິດກັບສິ່ງແວດລ້ອມ, ບໍລິສັດ MG ຈະມອບທາງເລືອກທີ່ດີທີ່ສຸດ ແລະ ປະສົບການການຂັບຂີ່ທີ່ດີທີ່ສຸດໃຫ້ແກ່ລູກຄ້າໃນປະເທດລາວ.
