ລົດໄຟຖ້ຽວປະຖົມມະເລີກ ຄຸນມິງ-ວຽງຈັນ ຈະເລີ່ມເປີດ 13 ເມສາ 2023 ນີ້

ໃນວັນທີ 30 ມີນາ 2023 ທີ່ ໂຮງແຮມລາວພລາຊາ, ນະຄອນຫຼວງ ວຽງຈັນ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫວັງ ໜິງ, ເລຂາພັກແຂວງຢຸນນານ ສປ ຈີນ ພ້ອມດ້ວຍຄະນະ.
ໃນໂອກາດດັ່ງກ່າວ, ສອງຝ່າຍເຫັນດີນຳກັນຕໍ່ການກະກຽມເປີດຖ້ຽວລົດໄຟ ຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ໃນວັນທີ 13 ເມສາ 2023 ນີ້, ເຊິ່ງຈະມີພິທີຮັບຕ້ອນນັກທ່ອງທ່ຽວຈີນ ຊຸດທຳອິດຢູ່ເບື້ອງດິນລາວ.

ໃນການພົບປະສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບກັນຊຸກຍູ້ການພົວພັນຮ່ວມມືໃນດ້ານຕ່າງໆໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອມີຜົນສຳເລັດອັນໃຫມ່ໃຫຍ່ຫຼວງກວ່າເກົ່າ, ໃນນັ້ນ ໄດ້ປຶກສາຫາລືກັນໃນບາງດ້ານທີ່ຄວນເອົາໃຈໃສ່ໃນຕໍ່ໜ້າເຊັ່ນ: ດ້ານການກໍ່ສ້າງພື້ນຖານໂຄງລ່າງ, ເສັ້ນທາງດ່ວນຈາກລາວໄປຈີນ ໃນສ່ວນທີ່ຢູ່ໃນແຜນການ ໃຫ້ມີຄວາມຄືບຫນ້າໄວ, ດ້ານການອຳນວຍຄວາມສະດວກໃນການຜ່ານດ່ານ ແລະການຂົນສົ່ງທາງລົດໄຟ ໃຫ້ມີຜົນປະໂຫຍດຕໍ່ສອງຝ່າຍຫຼາຍຂຶ້ນ, ດ້ານກະສິກຳ ເພື່ອຮ່ວມມືກັນຜະລິດສິນຄ້າສົ່ງໄປຕະຫຼາດຈີນ, ການຮ່ວມມືໃນຂະແໜງບໍ່ແຮ່, ການປຸງແຕ່ງແຮ່ທາດ ແລະການຜະລິດສິນຄ້າ, ການລົງທຶນຂອງວິສາຫະກິດຈີນຢູ່ລາວ, ການສຶກສາ, ພະລັງງານ, ການແລກປ່ຽນຄະນະຜູຸ້ແທນນຳກັນ ແລະອື່ນໆ ທີ່ສອງຝ່າຍມີທ່າແຮງ.

ໃນຂະນະດຽວກັນ, ສະຫາຍ ຫວັງ ໜິງກໍ່ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະສະແດງຄວາມຍິນດີຈະຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ປຶກສາຫາລື ແລະເຮັດວຽກຮ່ວມກັນໃຫ້ຫຼາຍຂຶ້ນ ເພື່ອຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຕ່າງໆ ທີ່ການນຳຂັ້ນສູງຂອງສອງປະເທດເຫັນດີເປັນເອກະພາບກັນ ໃຫ້ມີປະສິດທິພາບ ແລະປະສິດທິຜົນສູງສຸດ, ນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ, ນຳຄວາມເອົາຮຸ່ງເຮືອງສີວິໄລມາສູ່ສອງປະເທດ ສປ ຈີນ ແລະ ສປປ ລາວ, ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອນີ້ ໃຫ້ຫມັ້ນຄົງຂະຫນົງແກ່ນຕະຫຼອດກາລະນານ.

ຂ່າວ: ກົມການຂ່າວ ກະຊວງການຕ່າງປະເທດ

error: Content is protected !!