15 ມາດຕະການ ສະກັດກັ້ນອຸບັດເຫດ ຊ່ວງປີໃໝ່ລາວ 2023.

ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໄດ້ອອກມາດຕະການສະກັດກັ້ນອຸບັດເຫດຈະລາຈອນ ໃນຊ່ວງໄລຍະສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພສ 2566 ໃຫ້ມີຄວາມປອດໄພ ເຊິ່ງມີລາຍລະອຽດດັ່ງນີ້:

  1. ຜູ້ຂັບຂີ່ລົດຕ້ອງເຄົາລົບ ແລະ ປະຕິບັດຕາມກົດລະບຽບຈະລາຈອນທາງບົກ.
  2. ຜູ້ຂັບຂີ່ລົດຈັກ ຕ້ອງໃສ່ໝວກກັນກະທົບ ທັງຜູ້ຂັບ ແລະ ຜູ້ຊ້ອນ.
  3. ຜູ້ຂັບຂີ່ລົດໃຫຍ່ ຕ້ອງຮັດສາຍແອວນິລະໄພ.
  4. ກ່ອນຈະນຳໃຊ້ຍານພາຫະນະ ຕ້ອງກວດສະພາບເຕັກນິກ.
  5. ລົດຂົນສົ່ງໂດຍສານທາງໄກ ຕ້ອງມີໂຊເຟີສຳຮອງທຸກຄັ້ງເວລາເດີນທາງ.
  6. ສະເພາະເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ, ການໃຊ້ຄວາມໄວສູງສຸດບໍ່ໃຫ້ເກີນ 120 km/ ຊົ່ວໂມງ ແລະ ຄວາມໄວຕໍ່າສຸດບໍ່ໃຫ້ຫຼຸດ 80 km/ຊົ່ວໂມງ (ເຈົ້າໜ້າທີ່ຕໍາຫຼວດຈະໄດ້ຈັບຄວາມໄວ).
  7. ຫ້າມຜູ້ຂັບຂີ່ດື່ມສິ່ງມືນເມົາ.
  8. ຫ້າມຂັບຂີ່ຍານພາຫະນະ ເກີນຄວາມໄວ ທີ່ກົດໝາຍລະບຽບຈະລາຈອນ ກຳນົດໄວ້.
  9. ຫ້າມຂີ່ລົດຈັກ ເປັນພຶງເປັນແພ ກີດຂວາງການສັນຈອນ ຕາມເສັ້ນທາງ ຢ່າງເດັດຂາດ.
  10. ຫ້າມຜູ້ໂດຍສານ ນັ່ງຂອບກະບະລົດ ຫຼື ນັ່ງຝາທ້າຍລົດ.
  11. ຫ້າມນຳໃຊ້ລົດຂົນສົ່ງໂດຍສານ ບັນທຸກສິນຄ້າ ແລະ ບັນທຸກຄົນໂດຍສານເກີນຈຳນວນ.
  12. ຫ້າມຜູ້ປົກຄອງປະປ່ອຍໃຫ້ເດັກນ້ອຍທີ່ອາຍຸບໍ່ເຖິງກະສຽນ ຂັບຂີ່ຍານພາຫະນະ ຢ່າງເດັດຂາດ.
  13. ຫ້າມຈອດລົດໃນເສັ້ນທາງດ່ວນ.
  14. ຖ້າຫາກລະເມີດ ຈະຖືກສຶກສາອົບຮົມ ແລະ ປັບໃໝ.
  15. ກຳລັງຕຳຫຼວດຈະລາຈອນແຕ່ລະແຂວງ ຈະຕ້ອງໄດ້ເຮັດໜ້າທີ່ຕິດຕາມກວດກາການສັນຈອນ ຕະຫຼອດໄລຍະປີໃໝ່ລາວ.
Valdes had seemingly refused to play in a reserve fixture that spring, and Van Gaal would never again choose him in his first-team squad as a result. I hate when simple things are made to be so complicated just for the fun of it.
error: Content is protected !!