
ທ່ານ ສົມສຸກ ຄໍາມຸງຄຸນ, ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງວຽງຈັນ ໃຫ້ສໍາພາດເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ປັດຈຸບັນ, ບໍລິສັດຜູ້ຮັບເໝົາ ພວມສຸມໃສ່ສ້ອມແປງເສັ້ນທາງ 4C ທາງຫລວງແຫ່ງຊາດ ແຕ່ເມືອງກາສີ ແຂວງວຽງຈັນ ຫາ ເມືອງນານ ແຂວງຫລວງພະບາງ, ສະເພາະເສັ້ນທາງທີ່ເຂດພູ 9 ຫລັກ,ໂດຍສະເພາະຈຸດຊົມວີວ ແລະ ຄ້ອຍລົງມາທາງເມືອງກາສີ ໃນໄລຍະທາງລວມປະມານ 9 ກິໂລແມັດ, ຄວາມກວ້າງ 8 ແມັດ ຈະມີການສີດຢາງກັນຊຶມແລະປູຢາງຊັ້ນໜຶ່ງ, ໃນນີ້ ສະເພາະຈຸດຊົມວີວໄດ້ເອົາກົນຈັກເຂົ້າໄປແລ້ວຕັດພູຂະຫຍາຍໃຫ້ກວ້າງອອກເພື່ອໃຫ້ການສັນຈອນມີຄວາມສະດວກ ເຊີ່ງຈຸດນີ້ຕາມແຜນແລ້ວຈະປູເປັນເບຕົງ, ສ່ວນຈຸດທີ່ເຫລືອຈະປູຢາງ 2 ຊັ້ນ.

ຕາມແຜນແລ້ວການສ້ອມແປງເສັ້ນທາງເຂດດັ່ງກ່າວ ຈະໃຫ້ສໍາເລັດສົມບູນກ່ອນລະດູຝົນທີ່ຈະມາເຖີງ ຫລື ປະມານ ເດືອນມິຖຸນາ ປີນີ້. ຢ່າງໃດກໍຕາມ ປັດຈຸບັນ ການສ້ອມແປງຕົວຈິງພົບຄວາມຫຍຸ້ງຍາກຫລາຍຢ່າງ ຍ້ອນສະພາບອາກາດຢູ່ເຂດພູ 9 ຫລັກບໍ່ອໍານວຍຄວາມສະດວກ ເພາະມີນໍ້າໝອກ ແລະ ຝົນຕົກເປັນປະຈໍາ. ນອກ ຈາກນີ້ ຍັງເປັນເຂດຄ້ອຍຊັນເຮັດໃຫ້ການປະຕິບັດວຽກງານມີຄວາມຊັກຊ້າກວ່າເຂດທົ່ງພຽງ ແລະ ຈໍາເປັນຕ້ອງປິດເສັ້ນທາງເປັນແຕ່ລະໄລຍະ ໂດຍສະເພາະລົດບັນທຸກໜັກ, ສ່ວນລົດເບົາ ຫລື ລົດນ້ອຍ ແມ່ນອະນຸຍາດໃຫ້ສັນຈອນເປັນປົກກະຕິ. ດັ່ງນັ້ນ, ທ່ານຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງວຽງຈັນຈິ່ງຝຮຽກຮ້ອງມາຍັງຜູ້ເດີນທາງໃຫ້ຫັນໄປນໍາໃຊ້ເສັ້ນທາງ 13 ເໜືອໂຕເກົ່າຊົ່ວຄາວໄປກ່ອນໃນໄລຍະນີ້, ທັ້ງນີ້ ເພື່ອຮັບປະກັນຄວາມປອດໄພ, ທັງເຮັດໃຫ້ການສ້ອມແປງເສັ້ນທາງດັ່ງກ່າວຂອງບໍລິສັດຮັບເໝົາມີຄວາມສະດວກ ແລະ ສໍາເລັດຕາມແຜນການທີ່ວາງໄວ້.ສໍາລັບການສ້ອມແປງເສັ້ນທາງເຂດພູ 9 ຫລັກໃນຄັ້ງນີ້ ແມ່ນນໍາໃຊ້ງົບປະມານຂອງລັດຖະບານ.

ຂ່າວ: ວສລ