
ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ຈັບຕົວ ທ້າວ ກິດຕິພອນ ອາຍຸ 35 ປີ ກໍາມະກອນ ຢູ່ບ້ານໂພນສະຫວັນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ມາດໍາເນີນຄະດີ ໃນວັນທີ 4 ກຸມພາ 2023, ຂໍ້ຫາສໍ້ໂກງຊັບພົນລະເມືອງ ຍ້ອນມີການເຄື່ອນໄຫວຕົວະຍົວະຫຼອກລວງ ແອບອ້າງຕົນເອງວ່າເປັນເຈົ້າໜ້າທີ່ ປກສ, ມີຄວາມສາມາດແລ່ນເອົາຄົນເຂົ້າກຳລັງ ປກສ ແລະແລ່ນຮັບປະກັນເອົາຜູ້ຖືກຫາອອກຈາກຄ້າຍຄຸມຂັງໄດ້ທຸກແຂວງ ເຮັດໃຫ້ມີຄົນຫຼົງເຊື່ອ ແລະມີຜູ້ຕົກເປັນເຫຍືອເຖິງ 2 ຄົນ ທີ່ສູນເສຍເງິນໄປນຳຜູ້ກ່ຽວຫຼາຍລ້ານຮ້ອຍລ້ານກີບ.

ພັທ ສີພອນ ວິໄລສິນ ຮອງຫົວໜ້າພະແນກຕໍາຫຼວດ ປກສ ເມືອງນາຊາຍທອງ ໃຫ້ຮູ້ວ່າ: ໃນວັນທີ 12 ມັງກອນ 2023 ກອງບັນຊາການ ປກສ ເມືອງນາຊາຍທອງ ໄດ້ຮັບເອກະສານຄຳຮ້ອງຟ້ອງຈາກຜູ້ຖືກເສຍຫາຍ ຢູ່ເມືອງສີສັດຕະນາກ ວ່າ: ໃນວັນທີ 8 ພະຈິກ 2022 ໄດ້ຖືກ ທ້າວ ກິຕິພອນ ຕົວະຍົວະຫຼອກລວງ ສໍ້ໂກງເອົາເງິນຂອງຕົນໄປ ຈໍານວນເງິນ 1,500,000 ບາດ ແລະ 4,000,000 ກີບ ໂດຍແອບອ້າງເປັນເຈົ້າໜ້າທີ່ ປກສ ຮັບປະກັນເອົານ້ອງຊາຍຂອງຕົນອອກຈາກຄ້າຍຄຸມຂັງ ພາຍໃນກໍານົດເວລາ 35 ວັນ, ຖ້າຄົບກໍານົດແລ້ວຍັງບໍ່ໄດ້ອອກແມ່ນ ສົ່ງເງິນຄືນ. ແຕ່ເຖິງປັດຈຸບັນ ທ້າວ ກິຕິພອນ ກໍ່ບໍ່ສາມາດແລ່ນຮັບປະກັນເອົານ້ອງຊາຍຂອງຕົນອອກຄ້າຍຄຸມຂັງໄດ້ຕາມຄຳອວດອ້າງ ເລີຍທວງເງິນຄືນ ແຕ່ຜູ້ກ່ຽວກໍ່ບ່າຍບ່ຽງ ແລະເອົາຕົວຫຼົບຫຼີກ. ນອກນັ້ນ ໃນເດືອນມັງກອນ ປີ 2021, ທ້າວ ກິຕິພອນ ໄດ້ໃຊ້ຮູບການດຽວກັນ ສໍ້ໂກງເອົາຊັບສິນປະຊາຊົນ ຢູ່ບ້ານໂພນສະຫວາດເໜືອ ເມືອງສີໂຄດຕະບອງ ໂດຍໄດ້ຕົວະວ່າ: ເປັນຜູ້ມີຄວາມສາມາດແລ່ນເອົາຄົນເຂົ້າກຳລັງ ປກສ ເຊິ່ງມີຜູ້ເສຍຫາຍໜຶ່ງຄົນ ໄດ້ເອົາເງິນໃຫ້ ທ້າວ ກິຕິພອນ ຈໍານວນເງິນ 53,000,000 ກີບ ມາຮອດປັດຈຸບັນກໍ່ຍັງບໍ່ໄດ້ເຂົ້າກຳລັງ ປກສ ຕາມຄໍາກ່າວອ້າງນັ້ນ.

ພາຍຫລັງສືບສວນ ສອບສວນ ສໍາເລັດ ກອງບັນຊາການ ປກສ ເມືອງນາຊາຍທອງ ຈະໄດ້ສະຫຼຸບຄະດີ ສົ່ງມອບໃຫ້ອົງການໄອຍະການປະຊາຊົນເຂດ I ນະຄອນຫຼວງວຽງຈັນ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.