
– ຜັກຫວານປ່າ ປະມານ 1 ຖ້ວຍ.
– ໄຂ່ມົດແດງ 1 ຖ້ວຍ.
– ຜັກອີ່ຕູ່ 1 ຖ້ວຍ.
– ນ້ຳປາແດກ 2 ບ່ວງແກງ.
– ນ້ຳປາ 1 ບ່ວງແກງ.
– ເກືອ ½ ບ່ວງກາເຟ.
– ນ້ຳລ້າ 1 ຖ້ວຍ.
– ໝາເຜັດຕຳພໍແຫຼກ 2 ບ່ວງແກງ.
– ຫົວສີໄຄຊອຍ 5 ທ່ອນ.
– ຫົວຜັກບົ່ວແດງຕຳ 3 ບ່ວງແກງ.
– ໃບຂີ້ຫູດ 3-4 ໃບ.

ວິທີເຮັດແກງຜັກຫວານໃສ່ໄຂ່ມົດແດງ
1. ຕົ້ມນ້ຳໃຫ້ຝົດ ຈາກນັ້ນໃສ່ໝາກເຜັດ, ຫົວສີໄຄຊອຍ, ໃບຂີ້ຫູດ, ຫົວຜັກບົ່ວແດງ ແລະ ເກືອ ລົງໄປ, ຈາກນັ້ນປຸງຣົດດ້ວຍນ້ຳປາ ແລະ ນ້ຳປາແດກ.
2. ໃສ່ຜັກຫວານ ແລະ ຜັກອີ່ຕູ່ ແລະ ໄຂ່ມົດແດງລົງໄປ ຕົ້ມຕື່ມອີກໜ້ອຍ ໜຶ່ງພ້ອມເສີບໄດ້ເລີຍ.
