ສ້າງຄວາມເຂັ້ມແຂງ ການດໍາເນີນຄະດີ ອາຊະຍາກໍາ ສັດປ່າ ຢູ່ ລາວ

ໃນລະຫວ່າງວັນທີ 26-28 ເມສາ 2022 ມານີ້ ທີ່ ໂຮງແຮມແມິດຕະພາບ, ແຂວງ ອຸດົມໄຊ ໄດ້ມີກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ພະນັກງານອົງການໄອຍະການປະຊາຊົນ ໃນການຮ່ວມມື ແລະ ການດໍາເນີນຄະດີອາຊະຍາກຳສັດປ່າ ໃນ ລາວ ໂດຍຮັບການສະໜັບສະໜູນ ແລະ ຕອບສະໜອງງົບປະມານ ຂອງໂຄງການອົງການອະນຸລັກສັດປ່າ, ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສາຍສະໄໝ ອາລຸນທອງ ຫົວໜ້າກົມກວດກາທົ່ວໄປ ອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ນາງ ມະໂນລີ ສີສະຫວັນ ຮອງຜູ້ອໍານວຍການອົງການອະນຸລັກສັດປ່າ ປະຈໍາ ລາວ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ຄະນະຊີ້ນໍາລວມ ແລະ ທັງເປັນຫົວໜ້າຄະນະຮັບຜິດຊອບໂຄງການຮ່ວມມືກັບອົງການອະນຸລັກສັດປ່າ ປະຈໍາ ສປປ ລາວ ຊຶ່ງມີ ອົງການໄອຍະການປະຊາຊົນ ຫົວພັນ, ຫຼວງນໍ້າທາ ຄໍາມ່ວນ ແລະ ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.​

ທ່ານ ສາຍສະໄໝ ອາລຸນທອງ ໄດ້ກ່າວເປີດກອງປະຊຸມ ໂດຍຊີ້ໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນໃນການຝຶກອົບຮົມໃນຄັ້ງນີ້ ເພື່ອເຮັດໃຫ້ພະນັກງານໄອຍະການປະຊາຊົນແຂວງພາກເໜືອ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບອາຊະຍາກໍາສັດປ່າ, ກົດໝາຍສາກົນ, ການຕິດຕາມກວດກາການດຳເນີນຄະດີ ແລະ ບົດຮຽນປະສົບການຈາກປະເທດອື່ນໆ ໃນການທົບທວນຄືນຄວາມເຂົ້າໃຈ ແລະ ການຕີຄວາມໝາຍຂອງພະນັກງານໄອຍະການປະຊາຊົນ ກ່ຽວກັບສົນທິສັນຍາສາກົນ “ໄຊເຕັດ” ແລະ ກົດໝາຍ ທີ່ກ່ຽວຂ້ອງກັບອາຊະຍາກໍາສັດປ່າໃນ ລາວ ທັງໄດ້ປຶກສາຫາລື ແລກປ່ຽນບົດຮຽນສິ່ງທ້າທາຍ, ຄໍາຄິດເຫັນ ແລະ ການຮ່ວມມື ຂອງອົງການໄອຍະການປະຊາຊົນ ກັບ ອົງການສືບສວນ-ສອບສວນ ແລະ ດໍາເນີນການຕິດຕາມກວດກາການດໍາເນີນຄະດີອາຊະຍາກໍາ ສັດປ່າ ໃນ ລາວ.

ກອງປະຊຸມຍັງໄດ້ມີການຄົ້ນຄວ້າ ແລະ ແລກປ່ຽນບົດຮຽນປະສົບການ ໃນການຕິດຕາມກວດກາການດຳເນີນຄະດີ ອາຊະຍາກໍາສັດປ່າ ຊຶ່ງປະກອບມີ 9 ຫົວຂໍ້ຄື: ການຄ້າຂາຍສັດປ່າຜິດກົດໝາຍ ແລະ ອາຊະຍາກໍາສັດປ່າໃນສາກົນ ແລະ ພາກພື້ນ, ມູນຄ່າ ແລະ ຄວາມສ່ຽງ; ສົນທິສັນຍາ “ໄຊເຕັດ” ຄວາມໝາຍໝັ້ນຂອງສາກົນ – ພາກພື້ນ ແລະ ແຜນດໍາເນີນງານ ຕ້ານອາຊະຍາກໍາສັດປ່າ; ຂັ້ນຕອນການຕິດຕາມກວດກາການດໍາເນີນຄະດີ ກ່ຽວກັບອາຊະຍາກໍາສັດປ່າໃນສາກົນ-ພາກພື້ນ; ຫຼັກຖານກ່ຽວຂ້ອງກັບອາຊະຍາກໍາສັດປ່າ ; ສະພາບການຄ້າຂາຍສັດປ່າຜິດກົດໝາຍ ແລະ ອາຊະຍາກໍາສັດປ່າ ໃນ  ລາວ; ຫົກ, ຄົ້ນຄວ້າ ການຕິດຕາມກວດກາການດໍາເນີນຄະດີອາຊະຍາກໍາສັດປ່າ ໃນ ລາວ; ກົດໝາຍທີ່ກ່ຽວຂ້ອງກັບອາຊະຍາກໍາສັດປ່າ; ບາງກົດໝາຍກ່ຽວຂ້ອງກັບ ຂັ້ນຕອນການຕິດຕາມກວດກາການດໍາເນີນຄະດີ ອາຍາ-ອາຊະຍາກໍາສັດປ່າ ແລະ ກໍລະນີສຶກສາ ຄະດີອາຊະຍາກໍາສັດປ່າຂ້າມຊາດ ໃນ ລາວ. ທັງໝົດນັ້ນເພື່ອໃຫ້ນັກສຳມະນາກອນນຳໄປຈັດຕັ້ງປະຕິບັດ ເຂົ້າໃນໜ້າທີ່ວຽກງານ ທີ່ຕົນຮັບຜິດຊອບ ຖືກຕ້ອງຕາມກົດໝາຍ ແລະ ມີຜົນສໍາເລັດ, ເຮັດໃຫ້ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການໄອຍະການປະຊາຊົນ ມີບົດບາດໃນພາກພື້ນ ແລະ ສາກົນ.

(ຂໍ້ມູນຂ່າວ: ອານຸສັກ ກວາງວັນ)

error: Content is protected !!