
ໃນຕອນເຊົ້າຂອງ ວັນທີ 3 ມີນາ 2023 ນີ້, ຢູ່ທີ່ຫ້ອງວ່າການເມືອງລອງ ທ່ານ ຄໍາເພັດ ມູນນິວົງ ນັກທຸລະກິດໜຸ່ມ ບ້ານຫ້ວຍຫົງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ສະໜັບສະໜູນທຶນປະກອບສ່ວນສ້າງປ້າຍເຂົ້າ-ອອກເມືອງລອງ ແຂວງຫຼວງນໍ້າທາ ເປັນກຽດເຂົ້າຮ່ວມ ໂດຍ ທ່ານ ນາງ ຈັນຄໍາ ທໍຄໍາເໝົາ ກໍາມະການປະຈໍາພັກເມືອງ ຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ ມີບັນດາທ່ານ ຄະນະກໍາມະການຮັບຜິດຊອບການກໍ່ສ້າງປ້າຍເຂົ້າ-ອອກເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທຶນສະໜັບສະໜູນໃນການປະກອບສວນ ສ້າງປ້າຍເຂົ້າ-ອອກເມືອງລອງ ໃນຄັ້ງນີ້ ມູນຄ່າທັງໝົດ 44,300,000 ກີບ ເພື່ອນໍາໃຊ້ເຂົ້າໃນການກໍ່ສ້າງປ້າຍເຂົ້າ-ອອກເມືອງລອງ ຈຸດຊາຍແດນ ລະຫວ່າງ ເມືອງລອງ-ເມືອງສິງ ຂະໜາດ 5.7×5 ແມັດ ທີ່ມີຮູບແບບ ລັກສະນະເປັນເອກະລັກຂອງທ້ອງຖິ່ນ ມອບໂດຍ ທ່ານ ຄໍາເພັດ ມູນນິວົງນັກທຸລະກິດໜຸ່ມ ບ້ານຫ້ວຍຫົງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຮັບໂດຍ ທ່ານ ນາງ ຈັນຄໍາ ທໍຄໍາເໝົາ ກໍາມະການປະຈໍາພັກເມືອງ ຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ ໂດຍຊ້ອງໜ້າກັບຜູ້ເຂົ້າຮ່ວມເປັນສັກຂີພິຍານ ໂອກາດດັ່ງກ່າວ ທ່ານ ນາງ ຈັນຄໍາ ທໍຄໍາເໝົາ ກໍາມະການປະຈໍາພັກເມືອງ ຮອງເຈົ້າເມືອງ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈມາຍັງ ຜູ້ໃຫ້ການສະໜັບສະໜູນ ແລະ ຫວັງຢ່າງຍິງວ່າຈະໄດ້ຮັບການສະໜັບສະໜູນຈາກທ່ານອີກໃນຄັ້ງຕໍ່ໄປ.
ຂ່າວ: ຈັນສຸກ ຜົນປະເສີດ ນັກຂ່າວ ເມືອງລອງ ແຂວງຫຼວງນ້ຳທາ 02093144074