
ໃນລະຫວ່າງວັນທີ 27-28 ກຸມພາ ທີ່ຜ່ານມານີ້, ໂຮງຮຽນເຕັກນິກວິຊາຊີບ ເວດສະພົງ ນະຄອນຫຼວງວຽງຈັນ ໄດ້ຈັດຊຸດອົບຮົມໃຫ້ແກ່ກໍາມະກອນທີ່ເຮັດວຽກງານຢູ່ໂຮງງານເຟີນີເຈີ ຂະໜາດນ້ອຍ 5 ຕົວເມືອງເມືອງຂອງແຂວງອັດຕະປື ພາຍໃຕ້ຫົວຂໍ້: ການຄຸ້ມຄອງໄມ້ເສດ ແລະຜະລິດຕະພັນຈາກໄມ້ເສດ
,ຊຸດອົບຮົມໄດ້ຈັດຂື້ນທີ່ໂຮງຊ່າງໄມ້ຫັດຖະກຳ ເປດ ເມືອງພູວົງ,ໂດຍການເຂົ້າຮ່ວມຂອງທ່ານ ຄໍາໄພ ຄໍາພິລາວົງ ຫົວໜ້າຂະແໜງອຸດສະຫະກຳ-ຫັດຖະກຳ ພະແນກອຸດສາຫະກຳ ແລະ ການຄ້າແຂວງ,ມີທ່ານ ຄໍາພຽນ ແກ້ວລັງສີ ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບ ເວດສະພົງ ນະຄອນຫຼວງວຽງຈັນ,ມີຄູຝືກຈາກໂຮງຮຽນເຕັກນິກ ວິຊາຊີບ ເວດສະພົງພ້ອມດ້ວຍສຳມະກອນທີ່ມາຈາກໂຮງງານເຟີນີເຈີຂະໜາດນ້ອຍ ທົ່ວແຂວງ ຈຳນວນ 25 ຄົນແລະຕາງໜ້າໂຄງການEFl ເຂົ້າຮ່ວມ.

ທ່ານ ຄໍາພຽນ ແກ້ວລັງສີ ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບ ເວດສະພົງ ໄດ້ໃຫ້ສໍາພາດຕໍໍ່ສື່ມວນຊົນແຂວງວ່າ: ຊຸດອົບຮົມການຄຸ້ມຄອງໄມ້ເສດ ໃຫ້ບັນດາກໍາມະກອນທີ່ເຮັດວຽກງານຢູ່ໂຮງງານເຟີນີເຈີຂະໜາດນ້ອຍ ທົ່ວແຂວງອັອຕະປື ເທື່ອນີ້ ບັນດາສຳມະນາກອນ ຈະໄດ້ຮຽນຮູ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເປັນຕົ້ນ: ຮຽນຮູ້ພື້ນຖານກ່ຽວກັບການຕໍ່ໄມ້ເສດ,ການໜູນໃຊ້ໄມ້ເສດ ແລະໄມ້ເຫຼືອ,ວິທີການລົງສີໃສ່ຜະລິດຕະພັນໄມ້ສະເດັດຮູບ ແລະ ດັດສ້ອມ,ເຊິ່ງບົດຮຽນໃນຄັ້ງນີ້ສຳມະນາກອນສາມາດຜັນຂະຫຍາຍໂຄງການຈັດຕັ້ງການຝືກອົບຮົມແລ້ວໃນເມືອຜະລິດຕະພັນສຳເລັດສາມາດນໍາໃຊ້ໄມ້ເສດ,ສົ້ນໄມ້,ໄມ້ນ້ອຍ ເຫຼືອຈາກການຜະລິດນັ້ນເຂົ້າເປັນສີ່ງທີ່ຊື້-ຂາຍໄດ້,ສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນທີ່ເຮັດດ້ວຍໄມ້ເສດເຫຼືອ ໃຫ້ເປັນລັກສະນະເຄື່ອງຫັດຖະກຳສຳເລັດຮູບໃຊ້ໃນຄົວເຮືອນຕ່າງໆ .

ໃນໂອກາດນີ້ທ້າວ ຊາຍ ເປັນອາຈານສອນໂຮງຮຽນ ເຕັກນິກ ວິຊາຊີບ ເວດສະພົງ ນະຄອນຫລວງວຽງຈັນ, ນາງ ບົວໄຂ ຕົວແທນໂຮຽງານເຟີນີເຈີ ເມືອງພູວົງ ໄດ້ມີຄວາມຮູ້ສືກວ່າ: ມີຄວາມພູມໃຈ ດີໃຈຫຼາຍ ທີ່ໄດ້ເຂົ້າຮ່ວມຝືກອົບຮົມເພື່ອຖ່າຍທອດຄວາມຮູ້ຄວາມສາມາດໃຫ້ສໍາມະນາກອນ ເພື່ອແນະນໍາການໃຊ້ໄມ້ເສດ ເຮັດໃຫ້ເກີດປະໂຫຍດຫຼາຍຢ່າງ ເພື່ອເພີ່ມຄຸນຄ່າຂອງໄມ້ເສດມີລາຄາສູງຂື້ນ.

ຂ່າວ ແຂວງອັດຕະປື