ຖ້າເອີ່ຍຊື່ຄຳເພົ້າສັ່ງໄດ້ ຫຼາຍຄົນກໍຄົງຈະຮູ້ຈັກກັນດີ ເພາະໃນປັດຈຸບັນຊື່ນີ້ແມ່ນເປັນທີ່ຮູ້ຈັກກັນດີໃນສັງຄົມ ເປັນຕົ້ນກຸ່ມໄວໜຸ່ມ, ໄວຄົນເຮັດວຽກ ແລະ ບັນດາສິລະປິນນາຍແບບຂອງລາວ.

ທ່ານ ຄຳເພົ້າ ບົວພັນ, ເຈົ້າຂອງຮ້ານຕັດເຄື່ອງ ຄຳເພົ້າ ສັ່ງໄດ້ ເລົ່າໃຫ້ຟັງວ່າ: ກ່ອນສິມາເປີດເປັນຮ້ານຕັດເຄື່ອງຄຳເພົ້າສັ່ງໄດ້ບໍ່ແມ່ນເລື່ອງງ່າຍໆນັບແຕ່ປີ 1997-2003 ເພິ່ນເຄີຍເປັນກຳມະກອນຢູ່ໂຮງງານຕັດຫຍິບແຫ່ງໜຶ່ງ, ມາຮອດປີ 2003-2010 ຄຳເພົ້າ ໄດ້ຕັດສິນໃຈອອກຈາກວຽກມາເປີດໂຮງງານນ້ອຍໆຮ່ວມກັນກັບຫມູ່; ຫຼັງຈາກນັ້ນ ປີ 2012 ເພິ່ນກໍໄດ້ມາເປີດເປັນຂອງໂຕເອງຢູ່ບ້ານ, ຕໍ່ມາກໍໄດ້ມາເປີດເປັນບໍລິສັດໃຫຍ່ ໂດຍໄດ້ມີການເຊັນສັນຍານຳເຂົ້າ-ສົ່ງອອກກັບໄທ ແຕ່ເຮັດມາຮອດປີ 2015 ທຸລະກິດກໍໄດ້ປິດກິດຈະການລົງ.

ເຫດການຄັ້ງນັ້ນອາດຈະເຮັດໃຫ້ທ່ານ ຄຳເພົ້າ ເກີດຄວາມເສຍໃຈ, ແຕ່ເພິ່ນກໍບໍ່ເຄີຍຄິດທີ່ຈະທໍ້ຖອຍ ແລະ ໄດ້ຕັດ ສິນໃຈກັບມາເປີດຮ້ານອອກແບບເສື້ອຜ້າອີກຄັ້ງ ແຕ່ດ້ວຍປະສົບການ ແລະ ຄວາມຊຳນານໃນການຕັດຫຍິບຜ່ານມາຈຶ່ງເຮັດໃຫ້ສີມືໃນການອອກແບບ-ຕັດຫຍິບຂອງເພິ່ນມີການພັດທະນາໄປໄດ້ໄວ ບວກກັບແນວຄວາມຄິດໃນການອອກແບບຊຸດ ໃໝ່ໆໃຫ້ກັບລູກຄ້າ ຈຶ່ງເຮັດໃຫ້ລູກຄ້າເກີດຄວາມຖືກໃຈ ແລະ ມີລູກຄ້າເຂົ້າມາໃຊ້ບໍລິການເພີ່ມຂຶ້ນເລື້ອຍໆ.

ຫຼາຍຄົນສົງໄສວ່າເປັນຫຍັງຈຶ່ງໃສ່ຊື່ “ຄຳເພົ້າສັ່ງໄດ້” ທ່ານ ຄຳເພົ້າ ບອກວ່າ: ມີລູກຄ້າທ່ານໜຶ່ງມາໃຊ້ບໍລິການແລ້ວສັ່ງໃຫ້ເພິ່ນຕັດຊຸດໃຫ້ດ່ວນເພື່ອໃຫ້ທັນໃຈລູກຄ້າ, ປະກົດວ່າຊຸດທີ່ລູກຄ້າສັ່ງນັ້ນແລ້ວທັນໃຈ ແລະ ສັ່ງໄດ້ຕາມໃຈລູກຄ້າ ເພິ່ນຈຶ່ງໃສ່ຊື່ຮ້ານວ່າ: “ຄຳເພົ້າສັ່ງໄດ້” ຈົນເຖິງປັດຈຸບັນ.

ຖ້າເວົ້າເຖິງຄວາມຫຍຸ້ງຍາກຂອງທຸລະກິດນີ້ທ່ານ ຄຳເພົ້າບອກວ່າ: ມີໜ້ອຍທີ່ສຸດ ເພາະວ່າເຮົາມັກຮັກກ່ຽວກັບການອອກແບບຢູ່ແລ້ວ ຈຶ່ງມີຄວາມສຸກກັບການທີ່ໄດ້ເຮັດວຽກນີ້, ສ່ວນການບໍລິການເພິ່ນສາມາດໄປແທກເຄື່ອງໃຫ້ເຖິງທີ່ຕາມລູກຄ້າຕ້ອງການ ແລະ ທຸກຄັ້ງແມ່ນເພິ່ນຈະເປັນຄົນແທກເອງເພື່ອໃຫ້ລູກຄ້າມີຄວາມໝັ້ນໃຈ, ດ້ານລາຄາຖ້າເປັນຊຸດສູດແມ່ນເລີ່ມຕົ້ນທີ່ 1,500,000 ກີບຂຶ້ນໄປ ຈົນເຖິງ 5 ລ້ານກີບ.

ເຖິງວ່າໃນປັດຈຸບັນ ຮ້ານຄຳເພົ້າສັ່ງໄດ້ ຈະມີລູກຄ້າເພີ່ມຂຶ້ນຫຼາຍ ແຕ່ເພິ່ນກໍຍັງສືບຕໍ່ພັດທະນາສີມືໃນການອອກແບບຂອງໂຕເອງຢູ່ເລື້ອຍໆ ຖ້າມີໂອກາດສຳມະນາໃນໂຄງການຕ່າງໆ ເພິ່ນກໍຈະເຂົ້າຮ່ວມບໍ່ວ່າຢູ່ພາຍໃນ ຫຼື ຕ່າງປະເທດ ປັດຈຸບັນ ຮ້ານຄຳເພົ້າສັ່ງໄດ້ມີພະນັກງານລວມທັງໝົດ 20 ກວ່າຄົນ ເຊິ່ງເພິ່ນຈະຄັດເອົາຄົນທີ່ມີຄຸນນະພາບເທົ່ານັ້ນ.