ຂ່າວສານແຂວງວຽງຈັນ ໄດ້ໃຫ້ຮູ້ວ່າ: ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ເລີ່ມໂຄງການພັດທະນາພື້ນຖານໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 ເຊິ່ງເປັນໂຄງການທິ່ຈະປັບປຸງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກແຫຼ່ງທ່ອງທ່ຽວເຂດອ່ານໍ້າງື່ມ 1 ຢູ່ແຂວງ ວຽງຈັນ.
ໂຄງການດັ່ງກ່າວໄດ້ຮັບທຶນກໍ່ສ້າງຈາກ ທະນາຄານພັດທະນາອາຊີ Asia Development Bank ເຊິ່ງໄດ້ເລີ່ມກໍ່ສ້າງມາແລ້ວໃນວັນທີ 1 ກໍລະກົດ 2021 ແລະ ຄາດວ່າຈະສຳເລັດໃຫ້ນໍາໃຊ້ແທ້ແມ່ນວັນທີ 30 ມິຖຸນາ 2023 ນີ້

