ມາເລເຊຍ ເປີດປະເທດເຕັມຮູບແບບແລ້ວ!

ໃນວັນທີ 1 ພຶດສະພາ ທີ່ຜານມາ, ປະເທດ ມາເລເຊຍ ໄດ້ເປີດປະເທດແບບເຕັມຮູບແບບແລ້ວ! ໂດຍ ບໍ່ມີການກວດ PCR ກ່ອນເດີນທາງເຂົ້າປະເທດ, ເຂົ້າມາຮອດ ມາເລເຊຍ ບໍ່ມີການກວດ RTK ສໍາລັບ ນັກທ່ອງທ່ຽວ ທີ່ຈະເດີນທາງເຂົ້າ ປະເທດ ມາເລເຊຍ ຕ້ອງໄດ້ສະແດງຫຼັກຖານການຮັບວັກຊີນຄົບໂດສ 14 ມື້ກ່ອນເດີນທາງ (ຍົກເວັ້ນສໍາລັບເດັກອາຍຸຕໍ່າກວ່າ 12 ປິ).

+ ວັກຊັກບໍ່ຄົບໂດສ

 ນັກທ່ອງທ່ຽວ ຕ້ອງໄດ້ສະແດງຫຼັກຖານການກວດຫາເຊື້ອ Covid-19 ແບບ RT-PCR ທີ່ມີຜົນເປັນລົບ ແລະ ອອກບໍ່ໃຫ້ເກີນ 48 ຊົ່ວໂມງກ່ອນ ເຂົ້າປະເທດ, ມາຮອດ ມາເລເຊຍ ໄດ້ກວດ RTK ພາຍໃນ 24 ຊົ່ວໂມງ ແລະ ມີການກັກໂຕ 5 ມື້.

+ ມາດຕະການຄວບຄຸມ Covid-19

– ສືບຕໍ່ ປ້ອງກັນ ແລະ ສວມໃສ່ຜ້າອັດປາກ ໃຊ້ນ້ຳຍາຂ້າເຊື້ອ ທຸກສະຖານທີ່ໃນການເດີນທາງ.

❌ບໍ່ມີປະກັນໄພສຸຂະພາບ ແລະ Covid-19.

❌ບໍ່ລົງທະບຽນ MySejahtera .

– ລົງທະບຽນເດີນທາງເຂົ້າປະເທດ ມາເລເຊຍ ຍົກເວັ້ນ ທີ່ຜົນກວດເປັນ ບວກ (+).

error: Content is protected !!