ຈັບໄດ້ແລ້ວ! ໂຈນລັກລົດຟໍຈູນເນີ້ ໃນງານບຸນຊ້າງ ແຂວງ ໄຊຍະບູລີ

ເວລາປະມານ 7 ໂມງ 20 ນາທີ ຂອງວັນທີ 15 ກຸມພາ 2023 ທີ່ຜ່ານມາ,​ ເຈົ້າໜ້າທີ່ ສາມາດນຳຈັບຕົວໄດ້ແລ້ວ ໂຈນທີ່ລັກລົດຟໍຈູນເນີ້ ໝາຍເລກທະບຽນ ກທ 6255 ກຳແພງນະຄອນ ທີ່ເສຍໃນຄືນວັນທີ 14 ກຸມພາ 2023 ເວລາປະມານ 20 ໂມງ, ຈັບໄດ້ຢູ່ເຂດ ບ້ານ ນາມໍ້ ເມືອງ ພຽງ ແຂວງ ໄຊຍະບູລີ. ຄົນຮ້າຍ ຊື່ ທ້າວ ຕິກ ອາຍຸ 24 ປີ ອາຊີບ ປະຊາຊົນ ບ້ານ ລ້ອງປໍ,​ ເມືອງ ໄຊຍະບູລີ,​ ແຂວງ ໄຊຍະບູລີ.

error: Content is protected !!