ເປີດສູນຝຶກອົບຮົມວິຊາຊີບ ເຄລາວ ຊີຊີແລັບ ທີ່ ນະຄອນຫຼວງ ວຽງຈັນ.

ເພື່ອເປັນການສະໜັບສະໜູນ ການພັດທະນານັກອອກແບບໜຸ່ມ ໃນລາວ ບໍລິສັດ ໄອຈັອບ ຈຳກັດ ຮ່ວມກັບ ອົງການກອຍກາ ປະຈຳ ສປປ ລາວ ເປີດສູນຝຶກອົບຮົມວິຊາຊີບ ເຄລາວ ຊີຊີ ແລັບ ໃນວັນທີ 14 ກຸມພາ 2023 ພາຍໃຕ້ໂຄງການ “ພັດທະນາ ເຄື່ອງໝາຍຜະລິດຕະພັນແຟຊັນເກົາຫຼີ (K-Fashion).

ທ່ານ ບຸນທ່ຽງ ລັດຕະນະວົງ, ປະທານ ບໍລິສັດ ໄອຈັອບ ກ່າວວ່າ: ໂຄງການດັ່ງກ່າວ ເປັນການເປີດໂອກາດໃຫ້ແກ່ນັກອອກແບບໄວໜຸ່ມລາວ ທີ່ຜ່ານການຄັດເລືອກໃນຂະແໜງຕັດຫຍິບ ຢູ່ໃນສູນຝຶກອົບຮົມແຫ່ງນີ້ ແນໃສ່ຊ່ວຍນັກອອກແບບລາວ ໃຫ້ມີຄວາມຮູ້, ທັກສະ ແລະ ຄວາມຊໍານານ ໃນການອອກແບບຜະລິດຕະພັນເສື້ອຜ້າ ໃຫ້ກາຍເປັນເຈົ້າຂອງຜະລິດຕະພັນສິນຄ້າດັ່ງກ່າວ ແບບຍືນຍົງ.

ໂຄງການນີ້, ຍັງໄດ້ສ້າງການພົວພັນຮ່ວມມືແບບຍືນຍົງ ກັບພາກສ່ວນຕ່າງໆຂອງ ສ. ເກົາຫຼີ ລວມທັງຄູ່ຮ່ວມມືດ້ານວິຊາການ ກັບບັນດານັກອອກແບບໄວໜຸ່ມລາວ ຢູ່ໃນ ນະຄອນຫຼວງ ວຽງຈັນ ທີ່ມີການພັດທະນາແຟຊັນເສື້ອຜ້າ.

ພາຍໃຕ້ໂຄງການນີ້, ໄອຈັອບ ຈະສະໜອງແຮງງານເພື່ອເຂົ້າຮ່ວມການຝຶກວິຊາຊີບ K-Fashion ແລະ ຫວັງວ່າຈະສາມາດສົ່ງເສີມນັກອອກແບບໄວໜຸ່ມລາວ ໄປສູ່ສະຖາບັນແຟຊັ່ນຕ່າງໆໃນລາວ ເນື່ອງຈາກປັດຈຸບັນນີ້, ອາຊີບໃນຂະແໜງແຟຊັນ ແມ່ນກຳລັງພັດທະນາຢູ່ໃນ ປະເທດລາວ, ພວກເຮົາເຊື່ອໝັ້ນໃນຄວາມສຳຄັນຂອງການລົງທຶນໃນຂະແໜງນີ້ ເພາະທຸກມື້ນີ້ ຈະພັດທະນາໃນຄວາມສາມາດ ແລະ ຄວາມຄິດສ້າງສັນຂອງໄວໜຸ່ມລາວ ໄດ້ດີໃນອະນາຄົດ.

ສູນຝຶກອົບຮົມວິຊາຊີບ ເຄລາວ ຊີຊີ ແລັບ ແມ່ນຢູ່ສູນການຄ້າ ອາຊຽນມໍ ນະຄອນຫລວງວຽງຈັນ ເພື່ອພັດທະນາຊັບພະຍາກອນມະນຸດ ໂດຍສະເພາະແມ່ນໄວໜຸ່ມລາວ ໃຫ້ກາຍເປັນມືອາຊີບ ໂດຍຜ່ານການຖ່າຍທອດຄວາມຊຳນານດ້ານຫລັກສູດການຕັດຫຍິບ ແລະ ການເສີມຄວາມງາມ ແບບເກົາຫລີ ຈາກຄູຝຶກຈາກ ສ ເກົາຫລີ ໂດຍກົງ.

ທີ່ມາ: ປະເທດລາວ

error: Content is protected !!