ເປີດງານວາງສະແດງຜະລິດຕະພັນລາວກ້າວສູ່ສາກົນ

ຕອນບ່າຍວັນທີ 15 ກຸມພາ 2023, ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນໄດ້ຈັດພິທີເປີດງານວາງສະແດງຜະລິດຕະພັນລາວກ້າວສູ່ສາກົນ ປະຈໍາປີ 2023 ໂດຍການໃຫ້ກຽດເຂົ້າຮວ່ມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງ ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ພ້ອມດ້ວຍບັນດາທ່ານຜູ້ຕາງໜ້າ ຈາກພາກລັດຖະບານ, ອົງການຈັດຕັ້ງສາກົນ ແລະ ພາກທຸລະກິດ ເຂົ້າຮ່ວມງານຫຼາຍກວ່າ 200 ທ່ານ.

ທ່ານ ນາງ ຈັນທະຈອນ ວົງໄຊ ກ່າວວ່າ: ງານຄັ້ງນີ້, ໂດຍການຈັດຮ່ວມກັບ ສະພາການຄ້າ (ສຄອ) ແລະ ອຸດສາຫະກໍາ ແຂວງ ຈໍາປາສັກ ແລະ ສຄອ ແຂວງທົ່ວປະເທດ, ເພື່ອຊຸກຍູ້ສົ່ງເສີມໃຫ້ຄົນລາວຫັນມານໍາໃຊ້ຜະລິດຕະພັນລາວໃຫ້ຫຼາຍຂື້ນພ້ອມດຽວກັນນັ້ນກໍ່ເປັນການປຸກລະດົມຂົນຂວາຍເພີ່ມທະວີການຜະລິດໃນລະດັບຄອບຄົວໃຫ້ກາຍເປັນສິນຄ້າທີ່ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວໄດ້, ອີກທັງເພື່ອສົ່ງເສີມການຜະລິດຂະໜາດນ້ອຍໃຫ້ກ້າວສູ່ຂະໜາດກາງ ແລະ ໃຫ້ກາຍເປັນຂະໜາດໃຫ່ຍ ເປັນອຸດສາຫະກຳການຜະລິດທາງດ້ານປະລິມານ ແລະ ຄຸນນະພາບທີ່ໄດ້ມາດຕະຖານ ທີ່ພຽບພ້ອມແຂ່ງຂັນຈຳໜ່າຍຕະຫລາດພາຍໃນແລະສົ່ງອອກສູ່ສາກົນໄດ້.

ທ່ານກ່າວອີກວ່າ: ການຈັດງານໃນຄັ້ງນີ້ ຍັງເປັນການເປີດໂອກາດໃຫ້ບັນດາຫົວໜ່ວຍທຸລະກິດທີ່ກຳລັງຊອກຫາຄູ່ຄ້າໃໝ່ໆ ແລະ ຕ້ອງການເປີດຕົວສິນຄ້າ ແລະ ບໍລິການໃໝ່ໆຂອງບໍລິສັດ ໃຫ້ບັນດາແຂກທີ່ມາຊົມງານທັງພາຍໃນ ແລະ ສາກົນໄດ້ຮັບຊາບ, ອີກທັງຍັງເປັນການແລກປ່ຽນຄວາມຮູ້, ເຕັກນີກດ້ານວິຊາການ, ວິທີການຜະລິດ ເພື່ອນຳມາພັດທະນາການຜະລິດສິນຄ້າຂອງຕົນ. ພ້ອມທັງເປັນການໂຄສະນາຄວາມອຸດົມສົມບູນທາງດ້ານຮີດຄອງປະເພນີ-ວັດທະນະທຳ,ການຄ້າ-ການລົງທຶນ, ສະຖານ ທີ່ທ່ອງທ່ຽວ ແລະ ອື່ນໆ ທີ່ເປັນເອກະລັກ ຂອງແຂວງທີ່ເປັນເຈົ້າພາບຮ່ວມຈັດງານ ຕະຫຼອດເຖີງທຸກແຂວງທີ່ເຂົ້າຮ່ວມງານໃນຄັ້ງນີ້ອີກດ້ວຍ.

ງານຄັ້ງນີ້, ມີຜູ້ປະກອບການຈາກ 18 ແຂວງມີ 147 ບໍລິສັດ ແລະນະຄອນຫຼວງວຽງຈັນ ລວມທັງໝົດ 221 ຫ້ອງວາງສະແດງ, ເຊິ່ງປະກອບມີ, ສິນຄ້າໜຶ່ງເມືອງໜຶ່ງຜະລິເດຕະພັນ, ຫັດຖະກໍາແຜ່ນແພ, ຫັດຖະກໍາໄມ້ປ່ອງ, ເຄື່ອງປະດັບ, ໄມ້ແກະສະຫຼັກ, ເຟີນີເຈີ, ເຄື່ອງອຸດສາຫະກໍາ, ກະສິກໍາ, ອຸດສາຫະກໍາປຸງແຕ່ງ, ເຄື່ອງດື່ມ, ອາຫານ, ຮູບພາບສິນລະປະວັດທະນະທໍາ, ການບໍລິການໄອທີ ແລະອື່ນໆ ພາຍໃນງານ, ຍັງຈະມີຈັດສໍາມະນາໃຫ້ຄວາມຮູ້ກ່ຽວກັບການຊຸກຍູ້ສົ່ງເສີມວຽກງານມາດຕະຖານສິນຄ້າ ເພື່ອການສົ່ງອອກ, ເວລາທີສົນທະນາກ່ຽວກັບຜູ້ປະກອບການ SME ທີ່ປະສົບຜົນສໍາເລັດໃນການປັບປຸງຄຸນນະພາບທີ່ໄປຕາມມາດຕະຖານສາກົນ, ແລະເວທີສົນທະນາຜະລິດຕະພັນລາວກ້າວສູ່ສາກົນ ໃນຍຸກດິຈິຕອນແລະອື່ນໆ, ເຊິ່ງຈະດໍາເນີນຈົນຮອດວັນທີ 19 ກຸມພານີ້.

error: Content is protected !!