ເດັກນອນຫຼັບພຽງພໍ ຈະຮຽນຮູ້ໄດ້ດີ

ມະຫາວິທະຍາໄລ ເຊບຟິວ (University of Sheffield) ຂອງອັງກິດ ພົບຄວາມລັບຂອງເດັກນ້ອຍທີ່ເກີດໃໝ່ວ່າ ຈະຮຽນຮູ້ໄດ້ດີ ຖ້າໄດ້ນອນຫຼັບເປັນເວລາດົນ.

ຈາກການທົດລອງກັບເດັກນ້ອຍ ທີ່ຫາກໍເກີດເມື່ອມີອາຍຸໄດ້ບໍ່ເກີນ 12 ເດືອນ ຈຳນວນ 216 ຄົນ ພົບວ່າ ຖ້າຫາກບໍ່ໄດ້ນອນດົນຈະເຮັດໃຫ້ຈື່ສິ່ງໃໝ່ໆໄດ້ຍາກ, ເດັກຈະຮຽນຮູ້ໄດ້ດີທີ່ສຸດ ກໍຕ້ອງແມ່ນຕອນກ່ອນນອນ ເຮັດໃຫ້ສຳນຶກເຖິງຄວາມສຳຄັນຂອງການອ່ານໜັງສື ຫຼື ເລົ່ານິທານກ່ອມເດັກ.

ຜູ້ຊ່ຽວຊານຕ່າງກໍເຫັນວ່າ ການນອນອາດມີຄວາມສຳຄັນແກ່ເດັກໃນໄລຍະຕົ້ນໆຍິ່ງກວ່າໄວໃດໆ ໂດຍທຳມະຊາດແລ້ວ ຄົນເຮົາຈະນອນຫຼາຍຕອນຍັງເດັກຍິ່ງກວ່າໄວໃດໆ.

ດຣ. ເຮີເບີດ ຈາກຄະນະຈິດຕະວິທະຍາ ໃນ ມະຫາວິທະຍາໄລ ເຊບຟິວ ກ່າວວ່າ: “ເດັກທີ່ນອນຫຼັບສະໜິດ ຫຼັງຈາກຮຽນຈົບ ຫຼື ຮຽນວິຊານັ້ນໆແລ້ວ ຈະເຮັດໃຫ້ຮຽນໄດ້ດີ ທັງຈື່ດີນຳອີກ. ແຕ່ກົງກັນຂ້າມກັບຄົນທີ່ນອນບໍ່ຫຼັບ ເມື່ອເວລາຮຽນຈະເຮັດໃຫ້ບໍ່ຮັບຮູ້ຫຍັງເລີຍ ແລະ ກັບການທີ່ກ່າວວ່າ. ກ່ອນໜ້ານັ້ນ ເຄີຍເຊື່ອກັນວ່າ ຄົນທີ່ນອນຕື່ນແລ້ວຈຶ່ງຈະຮຽນໄດ້ດີ, ແຕ່ຜົນການສຶກສາ ຊີ້ວ່າ ອາດຈະເປັນຕອນກ່ອນທີ່ຈະຫຼັບຕ່າງຫາກທີ່ອາດເປັນສິ່ງສໍາຄັນທີ່ສຸດ”.

error: Content is protected !!