ເມືອງ ໂພນໄຊ ຕ້ອງການທຶນພັດທະນາພື້ນຖານໂຄງລ່າງ ກ້າວຂຶ້ນເປັນເມືອງພົ້ນທຸກ ໃນອະນາຄົດ

ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ເມືອງ ໂພນໄຊ ເປັນໜຶ່ງໃນ 4 ເມືອງ ທຸກຍາກ ຂອງແຂວງ ຫລວງພະບາງ, ເປັນເມືອງຖານທີ່ໝັ້ນ ຂອງການປະຕິວັດໃນເມື່ອກ່ອນ, ປັດຈຸບັນ ພື້ນຖານໂຄງລ່າງຢູ່ແຕ່ລະບ້ານແມ່ນ ຍັງບໍ່ທັນໄດ້ຮັບການພັດທະນາດີເທົ່າທີ່ຄວນ ຍັງມີລັກສະນະປະຖົມປະຖານ, ພື້ນຖານການຜະລິດຂອງປະຊາຊົນຍັງອາໄສທຳມະຊາດເປັນສ່ວນໃຫຍ່, ອາຊີບຕົ້ນຕໍຂອງປະຊາຊົນແມ່ນ ຖືເອົາການປູກຝັງ ແລະ ລ້ຽງສັດກວມ 90% ເຊິ່ງອົງການປົກຄອງເມືອງໂພນໄຊ ຍັງມີຄວາມຕ້ອງການທຶນພັດທະນາພື້ນຖານໂຄງລ່າງ ຫລາຍດ້ານ ເພື່ອກ້າວຂື້ນເປັນເມືອງ ພົ້ນທຸກ ໃນອະນາຄົດ.

ທ່ານ ທອງຈັນ ລັດຕະນະປະດິດ ເຈົ້າເມືອງ ໂພນໄຊ ໄດ້ໃຫ້ຮູ້ໃນໂອກາດທີ່ ປະທານສະພາແຫ່ງຊາດລົງເຄື່ອນໄຫວຢ້ຽມຢາມ ເມື່ອບໍ່ດົນນີ້ວ່າ: ອີງຕາມ ດໍາລັດ 348 ຂອງລັດຖະບານ ປັດຈຸບັນ, ເມືອງ ໂພນໄຊ ຍັງບໍ່ທັນມີບ້ານພັດທະນາ, ບ້ານພົ້ນທຸກ ມີພຽງແຕ່ 7 ບ້ານ ແລະ ອີກ 50 ບ້ານຍັງເປັນບ້ານທຸກຍາກ.

ຜ່ານການປະເມີນເຫັນວ່າ ຍັງຫລາຍຄາດໝາຍບໍ່ບັນລຸ ເປັນຕົ້ນ ເສັ້ນທາງຄົມມະນາຄົມເຂົ້າເຖິງທຽວໄດ້ຕະຫລອດປີ, ຄອບຄົວທຸກຍາກຍັງກວມອັດຕາສ່ວນສູງ, ພື້ນຖານເສດຖະກິດຂອງປະຊາຊົນຍັງຕໍ່າ, ລະ ດັບການເຕີບໂຕທາງດ້ານເສດຖະກິດມະຫາພາກ ໃນປີ 2021 ບັນລຸໄດ້ 6.6% ຕໍ່ປີ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 8 ລ້ານກວ່າກີບ ຫລື ເທົ່າກັບ 814 ໂດລາຕໍ່ຄົນຕໍ່ປີ, ທຽບໃສ່ມະຕິ 9 ຂອງອົງຄະນະພັກເມືອງ ປະຕິບັດໄດ້ 80.48%.

ທ່ານເຈົ້າເມືອງ ໂພນໄຊ ຍັງກ່າວຕື່ມວ່າ: ຫາກມີການກໍ່ສ້າງເສັ້ນທາງປູຢາງ ແຕ່ເທດສະບານ ເມືອງ ໂພນໄຊ ຫາ ເມືອງພູກູດ ແຂວງຊຽງຂວາງ ມີລວງຍາວທັງໝົດ 77 ກວ່າກິໂລແມັດ ຈະເຮັດໃຫ້ເມືອງໂພນໄຊ ເປັນເມືອງໜຶ່ງ ທີ່ມີເສັ້ນເຊື່ອມຕໍ່ລະຫວ່າງເມືອງຕໍ່ເມືອງ ແລະ ແຂວງຕໍ່ແຂວງ ເຊິ່ງເປັນເງື່ອນໄຂໜຶ່ງ ໃນການພັດທະນາເສດຖະກິດ ແລະແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ, ລວມທັງການພັດທະນາພື້ນຖານໂຄງລ່າງອື່ນໆ.

Hence, the finding that GH may regulate the anaerobic energy system has potential therapeutic implications not only in the GHD population but also possibly in accelerating physical rehabilitation and improving physical function in the frail elderly.
error: Content is protected !!