
ຊີວິດຂອງທຸກໆຄົນບໍ່ໄດ້ໂຮຍດ້ວຍກີບກຸຫຼາບ ຕ້ອງຕໍ່ສູ້ກັບໂຊກຊາຕາ ບາງຄົນກໍພົບແຕ່ສິ່ງດີໆ ແຕ່ກັບອີກຫຼາຍຄົນຕ້ອງພົບພໍ້ກັບຊີວິດທີ່ໂຫດຮ້າຍ ຖ້າໃຈແຂງພໍ ແລະ ສາມາດເອົາຕົວລອດມາໄດ້ ຮູ້ເຂັດລາບ ແລະ ປ່ຽນແນວຄວາມຄິດໃໝ່ ກ້າວຕໍ່ໄປຕ້ອງສົດໃສກວ່າເກົ່າແນ່ນອນ.

ເຊັ່ນດຽວກັນກັບທ່ານນາງ ກັນນິຊາ ທະນະວໍລະນັນກຸນ ຫຼື ສາວເມ ນັກທຸລະກິດໄທຜູ້ຮັກວັດທະນະທຳລາວຄົນນີ້. ເພິ່ນເປັນບຸກຄົນທີ່ມີເບື້ອງຫຼັງຊີວິດທີ່ບໍ່ສວຍງາມ, ເປັນຄົນສູ້ຊີວິດມາແຕ່ນ້ອຍ ເຊິ່ງມີສະພາບຈິດໃຈບອບບາງຢູ່ແລ້ວ ຍັງມາພົບຮັກທີ່ບໍ່ສົມຫວັງກັບຄົນທີ່ຄາດວ່າຈະຝາກທັງຊີວິດໄວ້ນຳ ຈິ່ງເຮັດໃຫ້ລູກຜູ້ຍິງຄົນໜຶ່ງທໍ້ໃຈເຖິງຂັ້ນຈະປິດຊີບໂຕເອງເພື່ອໜີບັນຫາທັ້ງໝົດ, ແຕ່ບໍສຳເລັດ ແລະ ຫຼັງຈາກນັ້ນສາວເມ ໄດ້ເກີດໃໝ່ອີກຄັ້ງເປັນຄົນໃໝ່ທີ່ເຂັ້ມແຂງ ເບິ່ງຫາເປົ້າໝາຍໃນຊີວິດຈົນກາຍເປັນເຈົ້າຂອງທຸລະກິດຫຼາຍຢ່າງໃນປະຈຸບັນ.

ປັດຈຸບັນ ສາວເມ ແມ່ນເປັນໜຶ່ງໃນຮຸ້ນສ່ວນ ຂອງ ໂຮງແຮມອະນັນຕະ ຫຼວງພະບາງ ເຊິ່ງໄດ້ລົງທຶນຮ່ວມກັບນັກທຸລະກິດລາວອີກທ່ານໜຶ່ງ ທີ່ລ້ວນແຕ່ເປັນຄົນສູ້ຊີວິດນຳກັນ ຈາກບໍມີບ່ອນຢູ່ສູ່ເສືອຕິດປີກ ດ້ວຍການເອົາດີກັບການສຶກສານັ້ນຄື ທ່ານ ມີໄຊ ຄຳບຸນເຮືອງ, ເຈົ້າຂອງໂຮງແຮມ ອະນັນຕະ.

ສາວເມ ເລົ່າວ່າ: ເພິ່ນເອງກ່ອນຈະມາຮອດມື້ນີ້ ແມ່ນລອດຕາຍຈາກຫ້ອງມໍລະສຸມ ຍ້ອນອົກຮັກຈາກຄວາມຮັກຈົນເຖິງຂັ້ນຕ້ອງກິນຢາຂ້າໂຕຕາຍ ຕ້ອງໃສ່ທໍ່ຊ່ວຍຊີວິດ, ຫຼັງຈາກຟື້ນກັບມາຈາກຝັນຮ້າຍນັ້ນ ຕົນໄດ້ລຸກຂຶ້ນມາທົບທວນໂຕເອງໃໝ່ແລ້ວກັດແຂ້ວສູ້ກັບຄວາມຜິດຫວັງເພື່ອໃຫ້ມີຊີວິດທີ່ດີກວ່າ ເພື່ອສ້າງຄຸນຄ່າໃຫ້ໂຕເອງຫຼາຍຂຶ້ນດ້ວຍການລົງມືຫາເງິນຈາກສູນສູ່ 100 ແລະ ທ່ານເຊື່ອບໍ່ວ່າ ຄວາມຄຽດຈາກການອົກຮັກນັ້ນ ໄດ້ປ່ຽນຊີວິດຜູ້ຍິງອ່ອນແອຄົນໜຶ່ງໃນເມື່ອກ່ອນໄປຕະຫຼອດການ.

ເລື່ອງລາວຊີວິດຂອງ ສາວເມ ຖືເປັນບົດຮຽນອີກອັນໜຶ່ງ ຢ່າຢືດຕິດກັບຄົນທີ່ບໍໃຫ້ຄ່າກັບເຮົາ ແຕ່ຈົ່ງເອົາຄວາມໂຊກຮ້າຍຄັ້ງໜຶ່ງໃນຊີວິດນັ້ນ ມາເປັນແຮງພັກດັນສ້າງຄຸນຄ່າໃຫ້ໂຕເຮົາດ້ວຍການລົງມືເຮັດ ແລະ ເຮັດໃຫ້ດີກວ່າເກົ່າຢ່າໃຫ້ຊີວິດທີ່ເຄີຍສິ້ນຫວັງຕ້ອງຜິດຫວັງໄປທັ້ງຊາດ.