
ອາທິດຜ່ານມານີ້, ທີ່ບ້ານນາສຳພັນເມືອງ ໂພນທອງ ແຂວງ ຫຼວງພະບາງ ຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງ ແລະ ສູນໄຟຟ້າປະຈຳເມືອງໄດ້ເປີດໄຟຟ້າລະບົບແຮງກາງໃຫ້ປະຊາຊົນບ້ານນາໃໝ່ແລະບ້ານນາສຳພັນໄດ້ຊົມໃຊ້, ມີທ່ານສົມວອນແກ້ວຄຳພອນສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງໂພນທອງພ້ອມດ້ວຍຜູ້ຕາງໜ້າຂະແໜງການທີ່ກ້ຽວຂ້ອງຂອງເມືອງ, ການຈັດຕັ້ງທັງ2ບ້ານແລະປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ໃນພິທີທ່ານສົມພົງແກ້ວມະນີວົງຫົວໜ້າສູນໄຟຟ້າປະຈຳເມືອງໄດ້ອະທິບາຍກ່ຽວກັບການຊົມໃຊ້ໄຟຟ້າໃຫ້ປະຊາຊົນໄດ້ຮັບຮູ້ແລະເຂົ້າໃຈເປັນຕົ້ນການເປີດ-ປິດ, ການຮັກສາບູລະນະລະບົບໄຟຟ້າແລະ ການຊົມໃຊ້ໃນຊີວິດປະຈຳວັນໃຫ້ຖືກຕາມຫຼັກການຮັບປະກັນບໍ່ໃຫ້ເກີດຜົນກະທົບດ້ານລົບ.

ສຳລັບການກໍ່ສ້າງຕາຂ່າຍໄຟຟ້າໄດ້ເລີ່ມລົງມືແຕ່ປີ 2018 ມາຮອດປີ 2022, ໃນນັ້ນໄດ້ກໍ່ສ້າງຕາຂ່າຍແຮງກາງ 22 kv ທັງໝົດ 18 ກິໂລແມັດ, ຕາຂ່າຍແຮງຕໍ່າ 0,4 kvທັງໝົດ 2,5 ກິໂລແມັດ ແລະ ໄດ້ຕິດຕັ້ງໝໍ້ແປງພ້ອມດ້ວຍກົງເຕີໄຟຟ້າເຂົ້າແຕ່ລະຄອບຄົວ. ໂອກາດນີ້ທ່ານສົມວອນແກ້ວຄຳພອນໄດ້ສະແດງຄວາມຂອບໃຈຕໍ່ທຸກພາກສ່ວນທີ່ເຮັດໃຫ້ການພັດທະນາພື້ນຖານໂຄງລ່າງຂອງເມືອງໂພນທອງໄດ້ຮັບການຈັດຕັ້ງປະຕິບັດແລະໄດ້ເນັ້ນໜັກໃຫ້ປະຊາຊົນພ້ອມກັນຊົມໃຊ້ໄຟຟ້າໃຫ້ມີຄວາມຮັບປະກັນດ້ານຄຸນນະພາບແລະເກີດຜົນປະໂຫຍດສູງສຸດ.
(ຂ່າວ-ພາບ: ສົມເພັດໄຊມີກອນເມືອງໂພນທອງ)
For example, if it's a job providing technical support for computer software or hardware, employees will be expected to have relevant knowledge. After changing Symbol all predefined lines are reset in Dbm position. Welcome to my crib - the good life, the way the other half lives!