
ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນປີ 2022 ດ່ານພາສີສາກົນນາເພົ້າ ໄດ້ຮັບການມອບໝາຍເກັບລາຍຮັບເຂົ້າງົບປະມານທັງໝົດ 184,7 ຕື້ກີບ ທຽບໃສ່ປີ 2021 ແມ່ນເພີ່ມຂຶ້ນ ເທົ່າກັບ 97,98% (ແຜນງົບປະມານໃນປີ 2021 ແມ່ນ 93,2 ຕື້ກີບ), ຜ່ານການຈັດຕັ້ງປະຕິບັດ ສາມາດຈັດເກັບໄດ້ທັງໝົດ 94,7 ຕື້ກີບ ເທົ່າກັບ 51,29% ຂອງແຜນການ.

ທ່ານ ວັດຖາວົງ ຈະເລີນສັກ ຮອງຫົວໜ້າດ່ານພາສີ ສາກົນນາເພົ້າ ແຂວງຄຳມ່ວນ ລາຍງານໃຫ້ຮູ້ກ່ຽວກັບສາເຫດໃນການຈັດເກັບລາຍຮັບ ບໍ່ບັນລຸຕາມແຜນການໃນສົກປີ 2022 ເມື່ອບໍ່ດົນນີ້ວ່າ: ຕົວເລກການມອບໝາຍຈັດເກັບລາຍຮັບເຂົ້າງົບປະມານ ໃນປີ 2022 ເປັນຕົວເລກທີ່ສູງພໍສົມຄວນ ເຊິ່ງເພີ່ມຂຶ້ນເກືອບເທົ່າຕົວຖ້າທຽບໃສ່ ປີ 2021 ແລະ ໃນປີ 2022 ດ່ານສາກົນນາເພົ້າ ຄາດວ່າຈະໄດ້ຮັບການເກັບຄ່າຊັກພິເສດ ສົ່ງອອກປະເພດແຮ່ທາດຕ່າງໆ ແຕ່ວ່ານິຕິກຳທີ່ເປັນບ່ອນອີງໃນການເກັບຄ່າຊັກພິເສດສິນຄ້າປະເພດດັ່ງກ່າວ ແມ່ນຍັງຢູ່ໃນການປັບປຸງບໍ່ທັນແລ້ວ, ການນຳເຂົ້າສິນຄ້າປະເພດນໍ້າມັນເຊື້ອໄຟ ທີ່ເປັນລາຍຮັບຫລັກ ແມ່ນເຄື່ອນໄຫວບໍ່ປົກກະຕິ, ບາງບໍລິສັດແມ່ນບໍ່ມີການເຄື່ອນໄຫວເລີຍ, ການເຄື່ອນໄຫວຂອງຜູ້ປະກອບການໃນການ ນໍາເຂົ້າ-ສົ່ງອອກ ພົບຄວາມຫຍຸ້ງຍາກທາງດ້ານການເງິນ (ຄ່າຂອງເງິນກີບ ແລະ ເງິນຕາບໍ່ຄົງທີ່, ເງິນກີບອ່ອນຕົວ ເຮັດໃຫ້ການນຳເຂົ້າສິນຄ້າຫລຸດລົງ), ການນຳເຂົ້າສິນຄ້າສ່ວນຫລາຍ ຜູ້ປະກອບການແມ່ນຫັນໄປນໍາເຂົ້າຕາມກອບຂອງອາຊຽນ ເຊິ່ງໄດ້ຮັບບູລິມະສິດໃນການຫລຸດຜ່ອນ ແລະ ຍົກເວັ້ນພາສີນໍາເຂົ້າ ແລະ ຈຳນວນໜຶ່ງກໍ່ນໍາເຂົ້າຕາມໂຄງການລົງທຶນ ເຊິ່ງໄດ້ຮັບການຍົກເວັ້ນຕາມນະໂຍບາຍສົ່ງເສີມການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ.
ສໍາລັບໃນປີ 2023 ດ່ານພາສີສາກົນນາເພົ້າ ໄດ້ຮັບຕົວເລກມອບໝາຍເກັບລາຍຮັບທັງໝົດ 162,4 ຕື້ກີບ ທຽບໃສ່ປີ 2022 ຫລຸດລົງ 12,07% ແລະ ເພື່ອເຮັດໃຫ້ຄາດໝາຍສູ້ຊົນດັ່ງກ່າວບັນລຸຕາມແຜນການ ດ່ານພາສີສາກົນນາເພົ້າ ໄດ້ວາງແຜນການ ແລະ ມາດຕະການຈັດຕັ້ງປະຕິບັດຄື: ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນຢ່າງປົກກະຕິ, ເພີ່ມທະວີຄວາມສາມັກຄີພາຍໃນຢ່າງໜັກແໜ້ນ, ສືບຕໍ່ລົງຊຸກຍູ້, ຕິດຕາມ, ກວດກາ ການປະຕິບັດວຽກງານຂອງພະນັກງານແຕ່ລະກຸ່ມງານຢ່າງເປັນປົກກະຕິ, ກວດກາເອກະສານ, ຫົວໜ່ວຍ, ຈຳນວນ, ນໍ້າໜັກ, ລາຄາ, ລະຫັດ, ແຫລ່ງກຳເນີດສິນຄ້າ ແລະ ສິຄ້ານໍາເຂົ້າ ຕາມນະໂຍບາຍສົ່ງເສີມການລົງທຶນ ໃຫ້ມີຄວາມຮັດກຸມ ຖືກຕ້ອງຕາມລະບຽບກົດໝາຍ, ຄຸ້ມຄອງສິນຄ້າຜ່ານແດນສາກົນໃຫ້ໄປຕາມລະບົບ ແລະ ມາດຕະຖານການຂົນສົ່ງສາກົນ, ປັບປຸງຂອດການບໍລິການໃຫ້ມີຄວາມສະດວກ, ວ່ອງໄວ, ຕັດຮອນຂັ້ນຕອນທີ່ບໍ່ຈໍາເປັນອອກ ແລະ ເພີ່ມທະວີວຽກງານກວດກາສິນຄ້າ ເຂົ້າ-ອອກດ່ານ ໃຫ້ໜັກແໜ້ນ, ເຂັ້ມແຂງ, ສືບຕໍ່ປະຕິບັດຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ການກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ແລະ ບັນດານິຕິກຳອື່ນໆ ທີ່ພົວພັນເຖິງການ ນຳເຂົ້າ-ສົ່ງອອກ ຢ່າງເຂັ້ມງວດ.
ຂ່າວ-ພາບ: ກອງຄຳ
All of these problems can be alleviated by using the right oral hygiene products. This is because Attic Greek is what is taught in classes in Greek in Western Europe, and therefore was the Greek that the word borrowers knew. You get to decide if you want to hang in there while they change, or take a break from the friendship for a while.