ມາຮູ້ຈັກ! ຄວາມໝາຍປິດສະໜາຂອງເດືອນ 3 ອອກໃໝ່ 3 ຄໍ່າ

ເດືອນ ໓ ອອກໃໝ່ ໓ ຄໍ່າ ເປັນມື້ສັນວັນດີ
ມື້ຂຶ້ນ ໓ ຄ່ຳ ເດືອນ ໓ ຕາມປະເພນີ ແລະ ຄວາມເຊື່ອຖືຂອງເຜົ່າພູໄທ ມາແຕ່ບູຮານວ່າເປັນມື້ທີ່ມີຄວາມອີ່ມໜໍາສຳຣານທີ່ສຸດ ເປັນມື້ໄຂປະຕູເລົ້າເຂົ້າ, ປະຕູເງິນ, ປະຕູຄຳ, ປະຕູໂຊກລາບ, ປະຕູແຫ່ງຄວາມອຸດົມຮັ່ງມີ ດັ່ງຄຳບູຮານທີ່ກ່າວເຖິງຄວາມມະຫັດສະຈັນໃນຕຳນານຄວາມເຊື່ອຂອງຊາວລາວພູໄທວ່າເປັນມື້ທີ່ : “ກົບບໍ່ມີປາກ, ນາກບໍ່ມີຮູທະວານ, ໝາກຂາມປ້ອມສຸກຫວານ, ແມ່ມານທ້ອງແວບ, ຄົກເປັນໝາກ, ສາກເປັນໃບ, ຫົວສີໄຄເປັນດອກ, ກະຮອກປົ່ງເຂົາ, ຜັກກະເດົາເຊົາຂົມ”ໂດຍໝາຍມີຄວາມໝາຍດັ່ງນີ້ :
 ກົບບໍ່ມີປາກ: ໝາຍເຖິງກົບບໍ່ໄດ້ກິນອາຫານກໍ່ອີ່ມທິບ ເພາະມີເຍື່ອບາງໆສີຂາວປິດປາກຢູ່ ຫລື ອີກຄວາມໝາຍແມ່ນປິດສະໜາທັມໃຫ້ຄົນເຮົາຮັກສາສິນຮັກສາກາຍວາຈາໃຈໃຫ້ດີງາມໃນມື້ນີ້.
 ນາກບໍ່ມີຮູທະວານ: ໝາຍເຖິງຄວາມອີ່ມໜໍາສຳຣານອຸດົມສົມບູນ ຫລື ອີກຄວາມໝາຍແມ່ນໃຫ້ຄົນເຮົາຮູ້ຈັກອ່ອນນ້ອມຖ່ອມຕົວຮູ້ຈັກສຳຣວມກາຍ ວາຈາໃຈ ອ່ອນໂຍນ ແຕ່ບໍ່ອ່ອນແອ ຄົງໄວ້ຄຕາມສະຖານະຂອງຄວາມເປັນລູກຫລານຜູ້ດີມີສີລະທັມ.
 ໝາກຂາມປ້ອມສຸກຫວານ: ໝາຍເຖິງໝາກໄມ້ທີ່ມີລົດຟາດຈະກັບກາຍມີລົດຫວານໄດ້ຢ່າງອັດສະຈັນ ປຽບດັ່ງຄົນເຮົາຖ້າມີສິນ, ສະມາທິ, ປັນຍາ ແລ້ວ ຈະສາມາດນຳພາຊີວິດເຮົາກ້າວໄປເຖິງສິ່ງທີ່ດີງາມໃນຊີວິດໄດ້ໃນອະນາຄົດ.
 ແມ່ມານທ້ອງແວບ: ໝາຍເຖິງໃຫ້ຄົນເຮົາໄດ້ຮັກສາບຸກຄະລິກກະພາບ ວາດຊົງອັນສະຫງ່າງາມຂອງຕົນຢ່າງສະເໝີຕົ້ນສະເໝີປາຍ ມີຄວາມທຸ່ນທ່ຽງ ແລະ ເຂົ້າໃຈແຈ້ງເຖິງສັດຈະທຳຂອງຊີວິດ ແລະມີການວາງຕົນຢ່າງຖືກຕ້ອງຕາມກາລະເທສະໃນເວລາເຂົ້າສັງຄົມ.
 ຄົກເປັນໝາກ,ສາກເປັນໃບ, ຫົວສີໄຄເປັນດອກ: ໝາຍເຖິງຄຳສອນຂອງເຖົ້າແກ່ບູຮານໃຫ້ຄົນເຮົາຮູ້ຈັກປະກອບສຳມາອາຊີບອັນບໍລິສຸດ ມີຄວາມດຸໝັ່ນຂະຫຍັນພຽນ ປະກອບວຽກງານອັນໃດໃຫ້ເກີດດອກອອກຜົນມີຄວາມສຳເລັດທີ່ດີງາມ.
 ກະຮອກປົ່ງເຂົາ: ໝາຍເຖິງໃຫ້ຄົນເຮົາກຳຈັດ “ຄວາມໂງ່” ດ້ວຍການດຸໝັ່ນສຶກສາຫາຄວາມຮູ້ປະດັບຕົວ ແລະ ຮູ້ນຳໃຊ້ຄວາມຮູ້ຄວາມສາມາດສະຕິປັນຍາຂອງຕົນປະກອບສ່ວນເຂົ້າໃນການພັດທະນາຕົນເອງ ແລະ ສັງຄົມໃຫ້ງອກງາມ ຈະເລີນຮຸ່ງເຮືອງ.
 ຜັກກະເດົາເຊົາຂົມ: ໝາຍເຖິງຄົນເຮົາຕ້ອງເຂົ້າໃຈສັດຈະທຳຂອງຊີວິດ ແລະ ຮູ້ວິທີທາງໃນການດັບໄຟກິເລດຕັນຫາຕ່າງໆ; ໃຫ້ເຮົາຊອກຮູ້ຫົນທາງພົ້ນທຸກຕາມຄຳສອນຂອງພຣະພຸດທະເຈົ້າຜູ້ຕັສສະຮູ້ຊອບດ້ວຍພຣະອົງເອງ…. ດັ່ງນີ້ແລ…..
ໂດຍ: ຍາຄູ ພົງ ແດນຜູ້ໄທ (ບ້ານຕາແຫຼວ)

In the film Transcendent Man, Ray Kurzweil says he decided he would be an inventor when he was five. Note that, though final, the state can be a ref or agent, supporting the creation of Java objects with transactional or asynchronous mutation semantics. The ride was taken to Idlewild after its removal and used as parts on their model.
error: Content is protected !!