ເມືອງ​ ພຽງ ຂະຫຍາຍການລ້ຽງສັດ ເພື່ອຄໍ້າປະກັນສະບຽງອາຫານໃຫ້ພຽງພໍ

ເພື່ອປະຕິບັດຕາມແຜນງານຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ຕາມມະຕິຂອງກອງປະ ຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກເມືອງພຽງ ແຂວງໄຊຍະບູລີ ວາງອອກ ກໍຄືແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ (2000-2024)
ຫ້ອງການກະສິກໍາ-ປ່າໄມ້ ເມືອງພຽງ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ສຸມໃສ່ການຈັດຕັ້ງປະຕິບັດແຜນງານດັ່ງກ່າວ ໂດຍໄດ້ລົງຊຸກຍູ້ສົ່ງເສີມຊາວກະສິກອນພາຍໃນເມືອງໃຫ້ເຫັນຄວາມສໍາຄັນ ແລະ ປະກອບສ່ວນຢ່າງຈິງຈັງເພື່ອເຮັດໃຫ້ເມືອງມີສະບຽງອາຫານທີ່ພຽງພໍກັບການບໍລິໂພກ ແລະ ເປັນສິນຄ້າສົ່ງອອກ ທັງເປັນການສ້າງລາຍຮັບໃຫ້ກັບຊາວກະສິກອນນັບມື້ນັບຫຼາຍຂຶ້ນ.
ທ່ານ ບົວວັນ ຄໍາຈັນ ຫົວໜ້າຫ້ອງການກະສິກໍາ-ປ່າໄມ້ ເມືອງພຽງ ກ່າວວ່າ: ໃນປີ 2022 ຜ່ານມາ, ເຫັນວ່າການລ້ຽງສັດຂອງຊາວກະສິກອນພາຍໃນເມືອງໄດ້ມີການຂະຫຍາຍຕົວ ແລະ ຫັນ​ຈາກ​ການ​ລ້ຽງ​ແບບ​ທຳ​ມະ​ຊາດ​ກະ​ແຈກ​ກະ​ຈາຍ​ມາ​ລ້ຽງແບບ​ເປັນ​ກຸ່ມ, ​ເປັນ​ຟາ​ມຕິດ​ພັນ​ກັບ​ການ​ປູກ​ຫຍ້າ​​ເປັນອາຫານ​ສັດ. ສາມາດ​ຕອບ​ສະໜອງຊີ້ນ, ໄຂ່ ແລະ ປາໄດ້ 3.565.838 ກິໂລ ໃນນີ້: ຊີ້ນຄວາຍ 56.000 ກິໂລ, ຊີ້ນງົວ 64.800 ກິໂລ, ຊີີ້ນໝູ 122.720 ກິໂລ, ແບ້ 17.100 ກິໂລ, ສັດປີກ 1.100.000 ກິໂລ, ປາລ້ຽງ 1.747.380 ກິໂລ, ປາທໍາມະຊາດ 112.500 ກິໂລ, ປານໍາເຂົ້າ 12.620 ກິໂລ, ອາຫານທໍາມະຊາດ (ກົບ, ຂຽດ, ອ່ຽນ ແລະ ອື່ນໆ 50.000 ກິໂລ, ໄຂ່ 272.968 ກິໂລ, ສະເລ່ຍໃສ່ຫົວຄົນໜຶ່ງ 55,21 ກິໂລ/ຄົນ/ປີ, ທຽບໃສ່ແຜນປີ (56 ກິໂລຕໍ່ຄົນຕໍ່ປີ) ປະຕິບັດໄດ້ 98,6% (ຕໍ່ພົນລະເມືອງປັດຈຸບັນ 64.586 ຄົນ).
ນອກຈາກນີ້, ຫ້ອງການກະສິກໍາ-ປ່າໄມ້ເມືອງ ຍັງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມ, ຄຸ້ມຄອງການລ້ຽງສັດເຮັດໃຫ້ຝູງສັດລ້ຽງຂະຫຍາຍຕົວເພີ່ມຂຶ້ນສະເລ່ຍ 11,05% ທົ່ວເມືອງມີສັດລ້ຽງທັງໝົດ 1.415.664 ໂຕ, ທຽບໃສ່ປີຜ່ານມາ 1.253.021ໂຕ ເພີ່ມຂຶ້ນ 162.643 ໂຕ, ທຽບໃສ່ແຜນການປີ157.501 ໂຕ ປະຕິບັດໄດ້ 103,26% ໃນນີ້: ມີສັດລ້ຽງແຕ່ລະຊະນິດ ຄື: ຊ້າງ ຈໍານວນ 19 ໂຕ. ງົວ 36.800 ໂຕ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 3.193 ໂຕ, ທຽບໃສ່ແຜນການປີປະຕິບັດໄດ້ 105,58% (ຍ້ອນມີການລ້ຽງສັດເປັນລະບົບ ມີການລ້ອມຮົ້ວປູກຫຍ້າ ຈໍານວນສັດເພີ່ມຂຶ້ນແມ່ນຊື້ມາຈາກຕ່າງເມືອງເພື່ອມາລ້ຽງເປັນພໍ່-ແມ່ພັນ ແລະ ລ້ຽງທອມເພື່ອເພີ່ມມູນຄ່າສົ່ງອອກ), ມີຄວາຍ 15.460 ໂຕ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 939 ໂຕ, ທຽບໃສ່ແຜນການປີປະຕິບັດໄດ້ 129,33%, ໝູ ຈໍານວນ 48.500 ໂຕ, ທຽບໃສ່ປີຜ່ານມາຫຼຸດລົງ 5.820 ໂຕ, ທຽບໃສ່ແຜນການປີ ຫຼຸດລົງ 12.338 ໂຕ (ສາເຫດຍ້ອນມີຄວາມສ່ຽງຕໍ່ການລະບາດຂອງພະຍາດສັດ, ລາຄາອາຫານສັດເພີ່ມຂຶ້ນຫຼາຍ), ແບ້ ຈໍານວນ 8.200ໂຕ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 3.556 ໂຕ, ທຽບໃສ່ແຜນການປີ 510ໂຕ ປະຕິບັດໄດ້ 709,78% (ຍ້ອນຕະຫຼາດມີຄວາມຕ້ອງການຫຼາຍ, ລາຄາແພງ, ການລ້ຽງແບ້ຮອບວຽນໄວ, ຫັນມາລ້ອມຮົ້ວປູກຫຍ້າລ້ຽງເປັນລະບົບ), ມີສັດປີກຈໍານວນ 1.295.000 ໂຕ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 166.356 ໂຕ, ທຽບໃສ່ແຜນປີ 146.723ໂຕ ປະຕິບັດໄດ້ 113,38% ປະຊາຊົນລ້ຽງເພີ່ມຂຶ້ນແຮໄວ້ກິນ (ຍ້ອນວິກິດການລະບາດຂອງພະຍາດໂຄວິດ, ວິກິດທາງດ້ານເສດຖະກິດ ແລະ ຕະຫຼາດຕ່າງເມືອງ, ຕ່າງແຂວງມີຄວາມຕ້ອງການຫຼາຍ).
ປັດຈຸບັນ, ທົ່ວເມືອງມີຜູ້ລ້ຽງປາທັງໝົດ 1.685 ຄອບຄົວ, ມີໜອງປາ 1.989 ໜອງ, ເນື້ອທີ່ທັງໝົດ 253 ເຮັກຕາ, ປ່ອຍປາແລ້ວ 21.500.000 ໂຕ, ທຽບໃສ່ແຜນປີປະຕິບັດໄດ້ 107,5% ໃນນີ້:ປ່ອຍໃນວັນອະນຸລັກສັດນໍ້າສັດປ່າ ຈໍານວນ 160.000 ໂຕ; ການລ້ຽງສັດຢູ່ເມືອງພຽງ ໄດ້ຮັບການຂະຫຍາຍຕົວ ສໍາຄັນແມ່ນວິທີການປ້ອງກັນ ແລະ ສັກຢາກັນພະຍາດສັດໄດ້ຢ່າງທົ່ວເຖິງ ໃນປີ 2022 ຜ່ານມາ, ທົ່ວເມືອງມີສັດຕະວະແພດບ້ານທັງໝົດ 51 ຄົນ, ເຄື່ອນໄຫວສັກຢາກັນພະຍາດສັດໄດ້ທັງໝົດ 435.600 ໂຕ, ທຽບໃສ່ແຜນການປີປະຕິບັດໄດ້ 155,28% ໃນນີ້: ງົວ 35.200 ໂຕ (ສັກ 2 ຄັ້ງຕໍ່ປີ).ທຽບໃສ່ແຜນການປະຕິບັດໄດ້ 130,92%, ຄວາຍ 11.920ໂຕ (ສັກ 2 ຄັ້ງຕໍ່ປີ) ທຽບໃສ່ແຜນການປີປະຕິບັດໄດ້ 102,62%. ໝູ 34.560 ໂຕ ທຽບໃສ່ແຜນການປີປະຕິບັດໄດ້ 212,07%, ແບ້ 1.930 ໂຕ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 1.930 ໂຕ ເທົ່າກັບ 1.930%, ສັດປີກ 352.000 ໂຕ ທຽບໃສ່ປີຜ່ານມາ 308.542ໂຕ ເພີ່ມຂຶ້ນ 43.458 ໂຕ ທຽບໃສ່ແຜນການປະຕິບັດໄດ້ 155.93%.
ທ່ານ ບົວວັນ ຄໍາຈັນ ກ່າວຕື່ມວ່າ: ໃນປີ 2023 ນີ້ ຈະສືບ​ຕໍ່ຍູ້​ແຮງ​ວຽກງານລ້ຽງສັດໃຫ້ເປັນຂະບວນໂດຍ​ເລັ່ງ​ໃສ່​​ບ້ານ​ທີ່​ມີ​ເງື່ອນ​ໄຂ ​ແລະ ມີ​ທ່າ​ແຮງ​ໃຫ້​ກວ້າງຂວາງໃນ​ຂອບ​ເຂດ​ທົ່ວ​​​ເມືອງ ທັງ​ນີ້ກໍ​ເພື່ອ​ສາມາດຕອບສະໜອງ​ທາດຊີ້ນໃຫ້ໄດ້ 57 ກິໂລ/ຄົນ/ປີ (62.449ຄົນ), ສູ້ຊົນເຮັດໃຫ້ຝູງສັດລ້ຽງເພີ່ມຂຶ້ນ 179.157 ໂຕ, ໃນນີ້: ງົວ 3.312 ໂຕ, ຄວາຍ 773 ໂຕ, ໝູ 5.820ໂຕ, ແບ້ 902 ໂຕ, ສັດປີກ 168.350 ໂຕ, ສັກຢາປ້ອງກັນພະຍາດສັດໃຫ້ເປັນຂະບວນຟົດຟື້ນໃຫ້ໄດ້ 327.443 ໂຕ, ໃນນີ້: ງົວ-ຄວາຍ ໃຫ້ໄດ້ 75% ຂອງຝູງສັດເທົ່າກັບ 39.195ໂຕ (ງົວ 27.600ໂຕ, ຄວາຍ 11.595ໂຕ), ໝູໃຫ້ໄດ້ 40% ຂອງຝູງສັດເທົ່າກັບ 19.400ໂຕ, ແບ້ໃຫ້ໄດ້ 45% ຂອງຝູງສັດເທົ່າກັບ 3.690 ໂຕ, ສັດປີກໃຫ້ໄດ້ 20% ຂອງຝູງສັດເທົ່າກັບ 258.400 ໂຕ, ສັກໃນວັນສັກຢາກັນພະຍາດສັດແຫ່ງຊາດ 11/11/2023 ໃຫ້ໄດ້ 1.500 ໂຕ, ຊຸກຍູ້ກຸ່ມຜະລິດລູກກົບ-ລ້ຽງປາໃຫ້ໄດ້ 16 ລ້ານໂຕ (ລູກກົບ 2 ລ້ານໂຕ, ລູກປາ 14 ລ້ານໂຕ), ຊຸກຍູ້ປະຊາຊົນລ້ຽງປາລ້ຽງໃນໜອງໃຫ້ໄດ້ 20 ລ້ານໂຕ, ປ່ອຍປາລົງແມ່ນໍ້າທໍາມະຊາດໃນວັນອະນຸລັກສັດນໍ້າສັດປ່າແຫ່ງຊາດ ໃຫ້ໄດ້ 100.000 ໂຕ ແລະ ຊຸກຍູ້ຄອບຄົວລ້ຽງປາເປັນສິນຄ້າໃຫ້ໄດ້ 51 ຄອບຄົວ, ເນື້ອທີ່ 45 ເຮັກຕາ, ລ້ຽງປາໃຫ້ໄດ້ 4.500.000 ໂຕນ, ຄາດຄະເນຜົນຜະລິດ 225.000 ກິໂລ.
ໂດຍ: ວັນໄຊ ຕະວິນຍານ

error: Content is protected !!