ເຖິງເວລາແລ້ວ ທີ່ ລາວ ຕ້ອງເປີດປະເທດ ເປັນປົກກະຕິ

ໂດຍ: ມານະ ສຸດທິຈັກ, ປອ ເສດຖະສາດ

ເພື່ອຄວາມຢຸ່ລອດ (ເພື່ອປົກປ້ອງສຸຂະພາບ, ຊີວິດ ແລະ ຜົນສະທ້ອນຕໍ່ຖານຄວາມໝັ້ນຄົງ ຂອງເສດຖະກິດ ແລະ ສັງຄົມ), ໃນປີ 2020 ລາວ ແລະ ປະເທດອື່ນໆ ໃນທົ່ວໂລກ ຕ້ອງໄດ້ປິດປະເທດ. ແຕ່ຫຼັງຈາກ 2 ປີ 1 ເດືອນ ຂອງການປິດປະເທດ, ເພື່ອຄວາມຢຸ່ລອດ, ເຖິງເວາລາແລ້ວທີ່ ລາວ ຕ້ອງໄດ້ເປີດປະເທດ ເປັນປົກກະຕິ.

ຫຼັງຈາກເປີດປະເທດ ເພື່ອຮັບຕ້ອນເອົານັກທ່ອງທ່ຽວຕ່າງປະເທດ ໃນຕົ້ນເດືອນ ມັງກອນ 2022, ດ້ວຍຄວາມຫວັງ ຈະເປັນຕົວຊ່ວຍຟືນຟູເສດຖະກິດ, 3 ເດືອນຜ່ານໄປ ມີນັກທ່ອງທ່ຽວເຂົ້າປະເທດ ລວມທັງໝົດ ພຽງແຕ່ 505 ຄົນ. ເຫດຜົນຫຼັກແມ່ນຍ້ອນມາດຕະການ ການກວດພະຍາດ ແລະ ການກັກຕົວ, ການທີ່ນັກທ່ອງທ່ຽວ ຕ້ອງມີປະກັນໄພ-ປະກັນຊີວິດ ແລະ ຕ້ອງເຂົ້າປະເທດ ລາວ ກັບບໍລິສັດທ່ອງທ່ຽວ ແລະ ໄປໄດ້ແຕ່ໃນຂອບເຂດຈໍາກັດເທົ່ານັ້ນ, ແລະ ຄວາມບໍ່ສະດວກ ກ່ຽວກັບການປະກອບເອກະສານ.

ສະຖິຕິ ໄດ້ບອກໃຫ້ເຮົາຮູ້ຢ່າງຈະແຈ້ງວ່າ ອັນຕະລາຍ ຕໍ່ສຸຂະພາບ ແລະ ຊີວິດ ຈາກການຕິດເຊື້ອພະຍາດ ໂຄວິດ-19 ຢູ່ ລາວ ບໍ່ເຖິງເຄິງໜຶ່ງ ຂອງຄວາມສ່ຽງ ກັບການເສຍຊີວິດ ຈາກການມີອຸບັດຕິເຫດ ເທິງຫົນທາງ. ເຖິງວັນທີ 30 ທັນວາ 2021 ມີຄົນເສຍຊີວິດສະສົມ ດ້ວຍພະຍາດນີ້ທັງໝົດ 360 ຄົນ, ແຕ່ມີຄົນເສຍຊີວິດ ກັບອຸບັດຕິເຫດຢູ່ທ້ອງຖະໜົນ ຫຼາຍກວ່າ 800 ຄົນ ພາຍໃນປີ 2021 ແຕ່ປີດຽວ. ບໍ່ແມ່ນແຕ່ຈາກການເສຍຊີວິດ, ຄວາມເສຍຫາຍ ຈາກອຸບັດຕິເຫດ ມີການບາດເຈັບ, ຊັບສິນເສຍຫາຍ, ແລະ ຜູ້ທີ່ລອດຊີວິດ ຈໍານວນໜຶ່ງ ແມ່ນກາຍເປັນຄົນພິການ ຈາກການທີ່ເຄີຍເປັນຄົນທີ່ມີຄວາມສາມາດ ຂອງຄອບຄົວ ແລະ ສັງຄົມ.

ໃນຊ່ວງປີ 2020 – 21 ຄວາມສ່ຽງກັບການທີ່ຈະໄດ້ຮັບຜົນເສຍຫາຍ ຈາກການແຜ່ລະບາດຂອງ ໂຄວິດ-19 ທີ່ຈະເກີດຂຶ້ນ ຈາກການເປີດປະເທດ ແມ່ນສູງກວ່າການປິດປະເທດ. ດັ່ງນັ້ນ ການປິດປະເທດ ຈຶ່ງມີເຫດຜົນດີ ແລະ ປະເທດຕ່າງໆ ໃນທົ່ວໂລກ ກໍໄດ້ປະຕິບັດຕາມເຫດຜົນນັ້ນ. ແຕ່ເຖິງປັດຈຸບັນ, ຄວາມສ່ຽງນັ້ນ ໄດ້ຫຼຸດລົງຫຼາຍແລ້ວ (ເພາະວ່າຄົນສ່ວນໃຫຍ່ໄດ້ຮັບວັກຊີນ, ມີຢາປົວໃນປະເທດ–ໂມລາໂກເວຍ, ສາຍພັນ ໂອມິກຣອນ ທີ່ກໍາລັງລະບາດໃນ ລາວ ແລະ ໃນທົ່ວໂລກ ມີອັນຕະລາຍໜ້ອຍລົງຫຼາຍ ທຽບໃສ່ກັບສາຍພັນທີ່ລະບາດຫຼາຍກ່ອນນີ້, ແລະ ສາທາລະນະຊົນ ຮູ້ວິທີປ້ອງກັນ ແລະ ຫຼີກລ່ຽງພະຍາດນີ້ ເປັນຢ່າງດີແລ້ວ) ແລະ ຄວາມເສຍຫາຍດ້ານເສດຖະກິດ ຈາກການເປີດປະເທດແບບຈໍາກັດ (ຫຼື ພໍກະເທີນ) ແມ່ນສູງຖ້ວມຄວາມສ່ຽງ ຈາກການແຜ່ລະບາດພະຍາດນັ້ນແລ້ວ. ດັ່ງນັ້ນ, ການເປີດປະເທດແບບຈໍາກັດ ຄືໃນປັດຈຸບັນ ເປັນການສ້າງຄວາມເສຍຫາຍ ໃຫ້ຖານຄວາມໝັ້ນຄົງຂອງສັງຄົມ ຫຼາຍກວ່າພະຍາດ ໂຄວິດ-19. ຜົນກະທົບຈາກລາຄານໍ້າມັນທີ່ພຸ້ງສູງຂຶ້ນ ຕໍ່ປັນຫາເສດຖະກິດທີ່ມີຢູ່ແລ້ວ, ບວກຄວາມບໍ່ແນ່ນອນ ຕໍ່ສະພາບເສດຖະກິດຂອງໂລກ ຈາກສົງຄວາມລະຫວ່າງ ຮັດເຊຍ (Russia) ກັບ ຢູເຄຣນ (Ukraine), ເຮັດໃຫ້ມີຄວາມຕ້ອງການໃຫ້ ລາວ ຕ້ອງເລັ່ງດ່ວນ ກັບການເປີດປະເທດຢ່າງເຕັມສ່ວນ ເພື່ອປິ່ນປົວ ຖານຄວາມໝັ້ນຄົງ ຂອງເສດຖະກິດ ແລະ ສັງຄົມ ລາວ ທີ່ໄດ້ອ່ອນແອລົງຫຼາຍ ໃນສອງປີຜ່ານມາ.

error: Content is protected !!