2023 ບົວລະພາ ຕັ້ງເປົ້າຜະລິດໄມ້ອັດ ເພື່ອສົ່ງອອກຕ່າງປະເທດໃຫ້ຫຼາຍຂຶ້ນ.

ບໍລິສັດ ບົວລະພາ ກະສິກໍາ ແລະ ປ່າໄມ້ ຈໍາກັດ ເປັນບໍລິສັດທີ່ນຳໃຊ້ໄມ້ປູກເພື່ອແປຮູບສົ່ງອອກຕ່າງປະເທດ ເປັນຕົ້ນແມ່ນໄມ້ວິກ, ໄມ້ກະຖິນນະລົງ ແລະ ໄມ້ສັກ ແລະ ໃນປີ 2023 ນີ້ ບໍລິສັດກໍໄດ້ເດີນໜ້າຜະລິດໄມ້ອັດ ແລະ ແປຮູບເປັນຜະລິດຕະພັນຕ່າງ ເພື່ອສົ່ງອອກຕ່າງປະເທດໃຫ້ຫຼາຍຂຶ້ນ.

ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງອໍານວຍການ ບໍລິສັດ ບົວລະພາ ກະສິກໍາ ແລະ ປ່າໄມ້ ຈໍາກັດ ເປີດເຜີຍໃນໂອກາດເຂົ້າຮ່ວມງານວາງສະແດງຜະລິດຕະພັນເຟີນິເຈີໄມ້ລາວ ຄັ້ງທີ VIII ທີ່ສູນການຄ້າລາວ-ໄອເຕັກ ວ່າ: ບໍລິສັດ ບົວລະພາ ຕັ້ງເປົ້າສໍາລັບປີ 2023 ນີ້ ແມ່ນມີແຜນການເລັ່ງໃສ່ເດີນເຄື່ອງໂຮງງານຜະລິດໄມ້ອັດ ເພື່ອສົ່ງໄມ້ອັດນັ້ນອອກຂາຍໄປຍັງຕ່າງປະເທດຕ່າງໆໃນໂລກ ເຊິ່ງກ່ອນຫນ້ານັ້ນການລະບາດຂອງພະຍາດ ໂຄວິດ-19 ໃນໄລຍະຜ່ານມາແມ່ນໄດ້ເຮັດໃຫ້ການສົ່ງສິນຄ້າແມ່ນມີຄວາມຫຍຸ້ງຍາກ ແລະ ນັບຈາກນີ້ໄປແມ່ນໄດ້ມີການຜະລິດເປັນປົກກະຕິ 24 ຊົ່ວໂມງ. ເຊິ່ງຕະຫຼາດໃຫຍ່ທີ່ຮອງຮັບໃນ ປັດຈຸບັນ ປະກອບມີ ອົດສະຕາລີ, ອິນເດຍ ແລະ ໂປຣແລນ ແລະ ອື່ນໆອີກ ພ້ອມນີ້ ຍັງຈະມີການເຈລະຈາເພື່ອຊອກຫາຕະຫຼາດຢູ່ທາງປະເທດຫວຽດນາມຕື່ມອີກ, ສ່ວນໂຮງງານເຟີນິເຈີ້ ຕະຫຼາດຫຼັກຍັງເປັນປະເທດ ສ.ເກົາຫຼີ, ເມົາດີບ ແລະ ອີກຫຼາຍໆ ປະເທດທີ່ຕິດຕໍ່ມາ.

ຄຽງຄູ່ກັບການດຳເນີນທຸລະກິດ ອີກດ້ານຫນຶ່ງບໍລິສັດ ບົວລະພາ ໄດ້ສ້າງວຽກເຮັດງານທໍາ ໂດຍສະເພາະແມ່ນໃຫ້ບູລິມາສິດທໍາອິດແກ່ພໍ່ແມ່ປະປະຊາຊົນຢູ່ໃນເຂດອ້ອມຂ້າງໂຮງງານທັງ 2 ໂຮງງານ ໂດຍໄດ້ເຝິກໃຫ້ເຂົາເຈົ້າມີສີມືແຮງງານ ຄວບຄູ່ກັບການປະກອບອາຊີບໄປນໍາ. ນອກຈາກນີ້, ໃນໄລຍະຜ່ານມາບໍລິສັດ ບົວລະພາ ໄດ້ມີການເຊັນສັນຍາຮ່ວມມືກັບ ຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດ ຊຸກຍູ້ໃຫ້ນັກສຶກສາປີສຸດທ້າຍທີ່ຈະຈົບ ໃຫ້ມີການຝຶກອົບຮົມທົດລອງເຮັດວຽກໂຮງງານໄມ້ອັດ ໂດຍໃນຄະນະດັ່ງກ່າວແມ່ນມີໂຮງງານໄມ້ອັດ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ເຊິ່ງພວກເຮົາກໍໄດ້ມີການໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ເຊິ່ງຈົບມາກໍສາມາດມາສະໝັກວຽກນໍາບໍລິສັດໄດ້ເລີຍ. ໃນສ່ວນຂອງປະຊາຊາຊົນຈໍານວນຫນຶ່ງ ກໍໄດ້ປູກໄມ້ວິກຮ່ວມກັບບໍລິສັດ ໃນເນື້ອທີ່ 1 ພັນກວ່າເຮັກຕ້າ ແລະ ນອກຈາກປະຊາຊົນມາປູກແບບມີສ່ວນຮ່ວມແລ້ວ ບໍລິສັດ ຍັງມີການແຈກເບ້ຍໄມ້ວິກຟຣີ ໃຫ້ກັບປະຊາຊົນທີ່ມີຄວາມພ້ອມໃນການປູກໃສ່ດິນຂອງຕົນເອງ ແລະ ແນະນໍາດ້ານວິຊາການ ເຊິ່ງຖ້າຫາກໄມ້ໃຫຍ່ມາແລ້ວສາມາດສົ່ງຂາຍໃຫ້ກັບບໍລິສັດ ບົວລະພາໄດ້ເລີຍ ແລະ ມາເຖິງປັດຈຸບັນນີ້ ໄດ້ສ້າງວຽກເຮັດງານທໍາ ພາຍໃນໂຮງງານ ໂດຍມີພະນັກງານ 500 ກວ່າຄົນ ນອກນີ້ ຍັງມີແຮງງານປິ່ນອ້ອມລາຍວັນຈໍານວນຫນຶ່ງ.

The scenery is beautiful and you need to drive to the top of the mountain. I reserved it for 13n people for the birthday and we have great holidays!!!
error: Content is protected !!