ໃນວັນທີ15 ມັງກອນທີ່ຜ່ານມານີ້, ເຮືອບິນ ໂດຍສານ ສາຍການບິນ ເຢຕິ ແອລາຍ (Yeti Airlines) ຂອງເນປານ ເກີດອຸບັດເຫດ ຕົກລົງໃສ່ພູ ເຊຕິ (Seti) ທີ່ຢູ່ຫ່າງຈາກ ສະໜາມບິນ ໂພຄາຣາ (Pokhara) ພຽງ 2 ກິໂລແມັດ ຂະນະທີ່ ພະຍາຍາມ ລົງຈອດ ທີ່ສະໜາມບິນ ໃນເມືອງໂພຄາຣາ ເຮັດໃຫ້ມີ ຜູ້ເສຍຊີວິດ 67ຄົນ ມີຜູ້ໂດຍສານທັງໝົດ 68 ຄົນ ແລະ ພະນັກງານ ເທິງເຮືອບິນອີກ 4ຄົນ ຊຶ່ງເປັນເຮືອບິນ ລຸ້ນATR-72 ແບບໃນພັດ 2 ເຄື່ອງຈັກ ລຸ້ນ 9N ANC. ຈຳນວນ ຜູ້ໂດຍສານ ດັ່ງກ່າວ ປະກອບມີ ພະນັກງານເຮືອບິນ ເປັນຊາວເນປານ 4ຄົນ, ຜູ້ໂດຍສານ ຊາວເນປານ 53ຄົນ, ຊາວຕ່າງປະເທດ 15ຄົນ ລວມມີ: ຊາວອິນເດຍ 5ຄົນ, ຣັດເຊຍ 4, ສ.ເກົາຫລີ 2ຄົນ, ອົດສະຕຣາລີ, ອຽກລັງ, ອາກຊັງຕິນ ແລະ ຝຣັ່ງ ສັນຊາດລະ 1ຄົນ. ປັດຈຸບັນ ເຈົ້າໜ້າທີ່ ກູ້ໄພ ພວມຊອກຫາ ຜູ້ສູນຫາຍອີກ 1ຄົນ ແລະ ເກັບກູ້ ເອົາຊາກ ເຮືອບິນ ໃນຈຸດເກີດເຫດ ຢ່າງຮີບດ່ວນ ຊຶ່ງເປັນເຫດການ ຄັ້ງຮຸນແຮງທີ່ສຸດ ໃນຮອບ 30ປີ



