ສ ເກົາຫຼີ ຊ່ວຍ​ເຫຼືອ​ເຂົ້າ 1,​300 ກວ່າ​ໂຕນ ແກ່ ລາວ

ລັດຖະບານ ສ ເກົາຫຼີ ໄດ້ມອບເຂົ້າສານຈ້າວຈຳນວນ 1,​314 ໂຕນ ລວມມູນຄ່າ 1.​26 ລ້ານໂດລາ ໃຫ້ແກ່ລັດຖະບານລາວ ເພື່ອນຳໄປຊ່ວຍປະຊາຊົນ ຜູ້​ທຸກ​ຍາກ ແລະ ຜູ້​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດ​ທາງ​ທຳ​ມະ​ຊາດໃນຂອບເຂດທົ່ວປະເທດ.
ພິທີມອບ-ຮັບເຂົ້າຈຳນວນດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 13 ມັງກອນ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍແມ່ນ ທ່ານ ຢຸງ ຊູຈຸງ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳລາວ ເປັນຜູ້ກ່າວມອບ ແລະ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນຜູ້ກ່າວຮັບ ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພື່ອ​ສະໜັບສະໜູນ​ປະຊາຊົນ ສປປ ລາວ ​ໃນ​ການ​ແກ້​ໄຂ​ຜົນ​ກະທົບ​ທາງ​ດ້ານ​ເສດຖະກິດ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ແລະ ຄວາມ​ທ້າ​ທາຍ​ທາງ​ດ້ານ​ງົບປະມານ​ທີ່​ເກີດ​ຈາກ​ວິ​ກິດ​ການ​ດ້ານ​ສະ​ບຽງອາຫານ ​ແລະ ນ້ຳມັນ​ເຊື້ອ​ໄຟ​ໂລກ, ສ​າທາ​ລະ​ນະ​ລັດ ​ເກົາຫຼີ ​ໄດ້​ສືບ​ຕໍ່​ບໍລິຈາກ​ເຂົ້າສານ​ເພື່ອ​ແຈກ​ຢາຍ​ໃຫ້​ປະຊາຊົນ​ທີ່​ດ້ອຍ​ໂອກາດ ແລະ ຜູ້​ທີ່​ໄດ້ຮັບຜົນກະທົບໜັກຈາກວິກິດການດັ່ງກ່າວ. ການຊ່ວຍເຫຼືອຄັ້ງ​ນີ້ ແມ່ນເປັນປີທີສອງ ຕິດຕໍ່ກັນ ຊຶ່ງເຂົ້າສານຈຳນວນ 1,​314 ໂຕນ ລວມມູນຄ່າປະມານ 1.​26 ລ້ານໂດລາ ໄດ້ມາຮອດສາງ ທີ່ນະຄອນຫຼວງວຽງຈັນ ເພື່ອນຳໄປຊ່ວຍເຫຼືອໃຫ້ແກ່ປະຊາຊົນຫຼາຍກວ່າ 100,​000 ຄົນ ໃນຂອບເຂດທົ່ວປະເທດໃນໄວໆນີ້.
ທ່ານນາງ ໃບຄຳ ຂັດຕິຍະ ກ່າວວ່າ: “ເຂົ້າສານ​ຈາກ ສ ​ເກົາຫຼີ ຈະ​ສືບ​ຕໍ່​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ​ທີ່​ໄດ້ຮັບຜົນກະທົບຈາກໄພ​ພິບັດທາງທຳ​ມະ​ຊາດ ​ເປັນ​ຕົ້ນ​ແມ່ນ​​ປະຊາຊົນທີ່ຢູ່ໃນເຂດທີ່ມີຄວາມສ່ຽງສູງ. ພວກເຮົາ​ຂໍ​ສະ​ແດງ​ຄວາມຂອບໃຈສໍາລັບການສະໜັບສະໜູນຈາກ ສ ເກົາຫຼີ, ໂດຍສະເພາະໃນສະພາວະແບບນີ້ທີ່ຊຸມຊົນກຳລັງ​ພົບ​ກັບ​ຄວາມຫຍຸ້ງຍາກລຳບາກ ເນື່ອງຈາກເຄື່ອງອຸປະໂພກ ບໍລິໂພກທີ່ມີລາຄານັບມື້ນັບສູງຂຶ້ນເປັນຕົ້ນແມ່ນ ລາຄາອາຫານ, ນໍ້າມັນເຊື້ອໄຟ ແລະ ຝຸ່ນຊີວະພາບ”.
ທ່ານ​ທູດ ສ ເກົາຫຼີ ກ່າວ​ວ່າ: “ກະຊວງກະສິກຳ, ອາຫານ ແລະ ຊົນນະບົດ ຂອງ ສ ເກົາຫຼີ ໄດ້ສະໜອງເຂົ້າສຸກເສີນໃຫ້ແກ່ປະເທດຕ່າງໆໂດຍຜ່ານອົງການອາຫານໂລກຕັ້ງແຕ່ປີ 2018 ເປັນຕົ້ນມາ. ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນປະໂຫຍດຈາກການສະໜັບສະໜູນດັ່ງ​ກ່າວນີ້ຕັ້ງແຕ່ປີ 2021 ແລະ ພວກເຮົາມີຄວາມສົນໃຈຫຼາຍທີ່ຈະຊ່ວຍຮັກສາຄວາມໝັ້ນຄົງທາງດ້ານສະບຽງອາຫານໃຫ້​ແກ່ປະເທດທີ່ໄດ້ຮັບການຊ່ວຍເຫຼືອ. ການ​ສະໜັບສະໜູນດັ່ງກ່າວ ​ແມ່ນ​ສອດຄ່ອງ​ກັບ​ນະ​ໂຍບາຍ​ ​ຂອງ​ພວກ​ເຮົາ​ໃນ​ການ​ສືບ​ຕໍ່​ເອົາ​ໃຈ​ໃສ່​ຮ່ວມມື ແລະ ໃຫ້ການຊ່ວຍເຫຼືອແກ່ບັນດາ​ປະ​ເທດ​ອາ​ຊຽນ”
ທ່ານ ຢານ ເດວບາເຣີ ຜູ້ອໍານວຍການ ແລະ ຜູ້ຕາງໜ້າອົງການອາຫານໂລກ ປະຈໍາ ສປປ ລາວ ກ່າວວ່າ: “ພວກ​ເຮົາ​ຕີ​ລາຄາ​ສູງ​ຕໍ່​ການ​ຂະຫຍາຍ​ການ​ພົວພັນ​ທີ່​ພວກ​ເຮົາ​ມີ​ກັບ ສ ​ເກົາຫຼີ ​ຊຶ່ງກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ຜູ້​ໃຫ້​ທຶນ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ພວກ​ເຮົາ. ເຂົ້າສານຈາກ ສ ເກົາຫຼີ, ຊ່ວຍເຮັດໃຫ້ອົງການອາຫານໂລກ ສາມາດສະໜອງສະບຽງອາຫານສຸກເສີນ ເພື່ອຊ່ວຍເຫຼືອປະຊາຊົນກວ່າ 10,​091 ຄົນຢູ່ແຂວງໄຊຍະບູລີ ໃນການຟື້ນຟູຈາກຜົນກະທົບຈາກພາຍຸເຂດຮ້ອນໂກກູມາ ໃນປີ 2021 ແລະ ຍັງໄດ້ເພີ່ມການຊ່ວຍເຫຼືອໃຫ້ແກ່ເດັກນັກຮຽນກວ່າ 84,​000 ຄົນ ຊຶ່ງເປັນການເສີມສ້າງໂຄງການອາຫານໃນໂຮງຮຽນຂອງລັດຖະບານ ສປປ ລາວ. ການບໍລິຈາກເຂົ້າ ໃນປີນີ້ຈະຖືກຈັດສັນຢ່າງມີຍຸດທະສາດອີກຄັ້ງເພື່ອສະໜອງການຊ່ວຍເຫຼືອແກ່ປະຊາຊົນຜູ້ທີ່ມີຄວາມຕ້ອງການຫຼາຍທີ່ສຸດໃນທົ່ວປະເທດ”.
(ຂ່າວ-ພາບ: ສຳນານ)

error: Content is protected !!