
Tom ອະດີດ boyband ຍຸກ 2000 ເປັນທີ່ຮູ້ຈັກກັນໃນເພງ ບ້ານນອກ, ຍັງຮັກຢູ່ ແລະ ອີກຫຼາຍໆຜົນງານຂອງວົງ B hero ແລະ ຍັງມີຜົນງານກັບວົງ Maz ເພງ One way ticket ທີ່ໂດ່ງດັງເຖິງປະເທດເພື່ອນບ້ານ.
ໃນປີ 2023 Tom Newgen ຈະກັບມາເຄື່ອນໄຫວສ້າງຜົນງານເພງນັກຮ້ອງໃຫມ່ຂອງຄ້າຍ L_x ແລະ Master zz ທີ່ມີເພງຮິດຢ່າງ “ບໍ່ຢາກໃຫ້ເຈົ້າລຳບາກ” ທີ່ມີທ່ອນຕິດຫູຈົນເປັນເທຣນໃນ TikTok ວ່າ: “ເຈົ້ານັ່ງ joma ແຕ່ຂ້ອຍກິນນໍ້າຖົງ 5 ພັນ”.
ນອກຈາກນີ້, ບັນດາສິລະປິນຈາກຄ້າຍ Newgen Entertainment ຍັງຈະມີອີກຫຼາຍຜົນງານທີ່ກຳລັງຈະປ່ອຍອອກມາໃນປີນີ້ ຖ້າຕິດຕາມໄດ້ເລີຍ!

