
ຂໍເຊີນທຸກທ່ານເດີ້! ຮ່ວມງານບຸນປະຈຳປີ (ງານເທດສະການສືບສານຕຳນານບຸນກະບອງໃຫຍ່, ບຸນກອງເຂົ້າ ແລະ ບຸນຜ້າປ່າສາມັກຄີ) ທີ່ບ້ານ ໂພນງາມ, ເມືອງ ອາດສະພອນ, ແຂວງ ສະຫວັນນະເຂດ ໃນວັນທີ 22-24/01/2023 ເຊິ່ງກັບວັນອາທິດ – ວັນອັງຄານ
ເວລາ 15:00 ວັນທີ 23/01/2023 ຈະມີການແຫ່ກະບອງໃຫຍ່ເຂົ້າວັດ ມີຂະບວນຟ້ອນ, ຂັບ, ລຳ, ຕຳເຂົ້າ, ຕຳຫູກ, ເຂັ້ນຝາຍ, ຮັບຊົມສິລະປະຈັກສານ ແລະ ອື່ນໆ ກາງຄືນຈະມີການຄົບງັ້ນຕາມປະເພນີ.
ເວລາ 3:00 ຕອນເຊົ້າຂອງວັນທີ 24/1/2023 ຈະມີການຈູດກະບອງໃຫຍ່ທີ່ມີຄວາມສູງ 10-15 ແມັດ.
ຕອນເຊົ້າເວລາ 7:00 ຂອງວັນທີ 24/1/2023 ມີການຕັກບາດຍາດນ້ຳແລ້ວຈົບພິທີ.


ຂໍ້ມູນ: ບ້ານໂພນງາມ ເມືອງອາດສະພອນ ແຂວງສະຫວັນນະເຂດ