
ມື້ນີ້ອັບເດດລາວ ຈະພາທຸກຄົນມາສ່ອງເບິ່ງ ຊຸດ Preliminary ທີ່ ປ່າເຢັ້ງຊາ ລໍ່ ຈະສວມໃສ່ໃນວັນທີ 12ມັງກອນ 2022 ໃນການປະກວດ Miss Universe 2022 ທີ່ສະຫະລັດ ອາເມຣິກາ.
ໂດຍໄດ້ໃຫ້ນິຍາມວ່າ “ມົ້ງ” ເປັນຕົວແທນ ຊົນເຜົ່າໜຶ່ງທີ່ດຳລົງຊີວິດຢູ່ໃນປະເທດລາວ, ລວດລາຍກົ້ນຫອຍແມ່ນໜຶ່ງໃນບັນດາລວດລາຍທີ່ສະແດງໃຫ້ເຫັນເຖິງຄວາມງາມຂອງສິລະປະສີໄມ້ລາຍມືຂອງຊາວເຜົ່າມົ້ງ. ຊຶ່ງຫມາຍຄວາມວ່າວົງໂຄຈອນຂອງຊີວິດ ແລະ ວົງໂຄຈອນຂອງດວງອາທິດ ແລະ ວົງເດືອນ ຫຼື ຈັກກະວານ.
