ກົມໃຫຍ່ເສນາທິການກອງທັບ ສຳເລັດການແຂ່ງຂັນກິລາ ປະຈຳປີ 2022

ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີປິດຂະບວນການແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ ປະຈຳປີ 2022 ໃນວັນທີ 6 ມັງກອນ 2023 ທີ່ເດີ່ນກິລາກົມດັ່ງກ່າວ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ, ຄະນະບັນຊາບັນດາກົມ, ຫ້ອງການ, ກົມກອງທີ່ຂຶ້ນກັບ ຕະຫຼອດຮອດນັກກິລາເຂົ້າຮ່ວມ.

ໃນພິທີ, ສະຫາຍ ພັນເອກ ເທບພະພອນ ຫອມດີ ຮອງຫົວໜ້າຫ້ອງ ການເມືອງກົມໃຫຍ່ເສນາທິການ ກອງທັບ ໄດ້ຜ່ານບົດສະຫຼຸບການແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ ທົ່ວກົມໃຫຍ່ເສນາທິການກອງທັບ ເນື່ອງໃນໂອກາດສ້າງຂະບວນການຂ່ຳນັບຮັບຕ້ອນວັນປະຫວັດສາດສຳຄັນຕ່າງໆຂອງຊາດ, ຂອງພັກ ແລະ ຂອງກອງທັບ ໂດຍສະເພາະວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023), ຊຶ່ງມີບັນດາອົງການ-ກົມກອງ ໄດ້ສົ່ງນັກກິລາຂອງຕົນເຂົ້າຮ່ວມຢ່າງພ້ອມພຽງ, ເຮັດໃຫ້ມີບັນຍາກາດເບີກບານມ່ວນຊື່ນ, ຮັກສາໄດ້ຄວາມສາມັກຄີເຊິ່ງກັນ ແລະ ກັນ. ສຳລັບຜົນການແຂ່ງຂັນກິລາການທະຫານປະເພດກິລານັກຮົບແຂງແຮງ ທີມລວມໝູ່ ອັນດັບທີ 1 ໂຮງຮຽນ 307, ອັນດັບທີ 2 ໂຮງຮຽນ 303 ແລະ ອັນດັບທີ 3 ໂຮງຮຽນທະຫານຊາຍແດນ 712; ກິລານັກຮົບແຂງແຮງປະເພດບຸກຄົນອັນດັບທີ 1 ສິບຕີ ມົນ ສຸວັນຄຳ ໂຮງຮຽນ 307, ອັນດັບທີ 2 ສິບຕີ ອິນໄຊ ສີຫາລາດ ໂຮງຮຽນທະຫານຊາຍແດນ 712 ແລະ ອັນດັບທີ 3 ສິບໂທ ຄຳສະຫວັນ ສູນວິເລີດ ໂຮງຮຽນ 303; ກິລາແລ່ນມ້າງປະກອບອາວຸດ ອັນດັບທີ 1 ໂຮງຮຽນ 307, ອັນດັບທີ 2 ກອງພັນ 15 ເຄມີ ແລະ ອັນດັບທີ 3 ສູນຝຶກ 620. ສ່ວນກິລາມວນຊົນ ປະເພດກິລາບານສົ່ງຊາຍ ອັນດັບທີ 1 ໂຮງຮຽນ 307, ອັນດັບທີ 2 ກອງພັນກໍ່ສ້າງຂົວ-ທາງ 587 ແລະ ອັນດັບທີ 3 ໂຮງຮຽນຊ່າງແສງ; ກິລາບານສົ່ງຍິງ ອັນດັບທີ 1 ໂຮງຮຽນ 307, ອັນດັບທີ 2 ກອງກິລາກອງທັບ ແລະ ອັນດັບທີ 3 ໂຮງຮຽນ 303; ກິລາກະຕໍ້ ອັນດັບທີ 1 ກອງກິລາກອງທັບ, ອັນດັບທີ 2 ກອງພັນ 425 ແລະ ອັນດັບທີ 3 ໂຮງຮຽນ 205; ກິລາເປຕັງອາວຸໂສ ອັນດັບທີ 1 ກອງພັນ 425, ອັນດັບທີ 2 ກອງພັນ 986 ແລະ ອັນດັບທີ 3 ໂຄງການສື່ສານ; ເປຕັງຊາຍ ຮຸ່ນທົ່ວໄປ ອັນດັບທີ 1 ກອງພັນ 587, ອັນດັບທີ 2 ກົມອົບຮົມ ແລະ ອັນດັບທີ 3 ໂຮງຮຽນຊ່າງແສງ; ກິລາເປຕັງຊາວໜຸ່ມຍິງ ອັນດັບທີ 1 ສູນຝຶກ 620, ອັນດັບທີ 2 ສູນ 206 ແລະ ອັນດັບທີ 3 ສູນບັນຊາ 761.

ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ, ຄູຝຶກ ແລະ ນັກກິລາແຕ່ລະສະຫາຍ ທີ່ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ຂອງຕົນ, ມີນ້ຳໃຈນັກກິລາ, ຮູ້ເສຍ, ຮູ້ຊະນະ, ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ, ພ້ອມກັນສູ້ຊົນຍາດໄດ້ຜົນ ງານມາໃຫ້ກົມກອງ ກໍຄືຕົນເອງ. ພ້ອມນັ້ນ, ສະຫາຍຍັງໄດ້ກ່າວອີກວ່າ: ການແຂ່ງຂັນກິລາເປັນການຊຸກຍູ້ພະນັກງານ-ນັກຮົບໃນການຝຶກຝົນຫຼໍ່ຫຼອມທາງດ້ານກຳລັງແຮງກາຍໃຫ້ແຂງແຮງ, ທັງສ້າງໄດ້ມິດຕະພາບລະຫວ່າງອົງການ-ກົມກອງ ກໍຄື ນັກກິລາດ້ວຍກັນ, ພ້ອມຮຽກຮ້ອງໃຫ້ຄະນະພັກ, ຄະນະບັນຊາແຕ່ລະກົມກອງນຳເອົາຜົນສຳເລັດຄັ້ງນີ້ໄປເສີມຂະຫຍາຍດ້ານດີ, ປັບປຸງແກ້ໄຂຂອດທີ່ຍັງຄົງຄ້າງຢູ່ກົມກອງຂອງຕົນ ເພື່ອສ້າງໃຫ້ໄດ້ນັກກິລາທີ່ດີເດັ່ນກະກຽມເຂົ້າຮ່ວມແຂ່ງຂັນໃນຕໍ່ໜ້າ ແລະ ຖືເອົາວຽກງານກິລາເປັນຂະບວນການໜຶ່ງໃນການປຸກລະດົມຈິດໃຈ ຂອງພະນັກງານ-ນັກຮົບໃຫ້ເບີກບານມ່ວນຊື່ນ ແລະ ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ວຽກງານ.

ໂດຍ: ເກດຕະວັນ (ກອງທັບ)

error: Content is protected !!