ແມ່ຄ້າ ຮຽກຮ້ອງໃຫ້ແກ້ໄຂຕົ້ນເຫດທີ່ພາໃຫ້ລາຄາເຂົ້າສານສູງຂຶ້ນ

ປັດຈຸບັນສິນຄ້າປະເພດເຄື່ອງອຸປະໂພກ ບໍລິໂພກ ລາຄາພຸ່ງສູງຂຶ້ນຫຼາຍ ເປັນຕົ້ນແມ່ນເຂົ້າ ພືດຜັກຕ່າງໆລວມທັງເຂົ້າສານ ເຊິ່ງໄດ້ສົ່ງຜົນກະທົບໃຫ້ແກ່ຜູ້ຊື້ ແລະ ຜູ້ຂາຍ (ແມ່ຄ້າ ແລະ ລູກຄ້າ) ໂດຍສະເພາະ ທຸລະກິດຂະໜາດນ້ອຍ ແລະ ຜູ້ມີລາຍໄດ້ໜ້ອຍ.
ແມ່ຄ້າຂາຍເຂົ້າ ຕະຫຼາດໂນນຄໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ໃຫ້ສຳພາດວັນທີ 5 ມັງກອນ 2023 ວ່າ ຕົນເອງປະກອບອາຊີບຂາຍເຂົ້າສານມາຫຼາຍກວ່ 20 ປີ ໃນໄລຍະປີ 2018 ລົງມາ ທຸລະກິດໄປໄດ້ດີພໍສົມຄວນ ເນື່ອງຈາກວ່າລາຄາເຂົ້າໃນເວລານັ້ນບໍ່ສູງປານໃດ ຂາຍມີກຳໄລງາມ ຕົກມາຮອດປີ 2019 ການຂາຍເຂົ້າເລີ່ມຍາກຂຶ້ນ ເນື່ອງຈາກວ່າມີການລະບາດຂອງພະຍາດໂຄວິດ-19 ໄພພິບັດທາງທຳມາຊາດຕ່າງໆ ແຕ່ກໍພໍປະຄັບປະຄອງໄປໄດ້ ມາຮອດປີ 2022 ລາຄາເຂົ້າເລີ່ມພຸ່ງຂຶ້ນສູງຫຼາຍ ຕ້ອງໄດ້ລົງທຶນສູງ ແລະ ຂາຍຍາກ ກຳໄລຈາກການຂາຍເກືອບບໍ່ມີເລີຍ ລູກຄ້າກໍຫຼຸດລົງ ຈາກທີ່ເຄີຍຊື້ຄັ້ງລະເປົາ ສອງເປົາ ມາຊື້ເປັນເຄິ່ງໝື່ນ ຫຼື 1 ໝື່ນເທົ່ານັ້ນ ຈາກທີ່ເຄີຍຂາຍໝື່ນລະ 90,​000-110,​000 ກີບ ມາເປັນໝື່ນລະ 140,​000-190,​000 ກີບ ປັດຈຸບັນ ຍັງມີການປັບຂຶ້ນລາຄາເລື້ອຍໆ.

ໂອກາດນີ້ ຜູ້ປະກອບການຂາຍເຂົ້າສານ ຂໍຮຽກຮ້ອງມາຍັງພາກສ່ວນກ່ຽວຂ້ອງ ກວດກາຄືນລາຄາເຂົ້າທີ່ຊາວນາຂາຍເຂົ້າໂຮງສີ ແລະ ລາຄາໂຮງສີສົ່ງອອກໃຫ້ແມ່ຄ້າຂາຍຍ່ອຍ ປະເມີນຄວາມຕ້ອງການຂອງຜູ້ບໍລິໂພກພາຍໃນພຽງພໍກ່ອນຈະສົ່ງເຂົ້າອອກ ຈາກນັ້ນ ຕ້ອງມີການກຳນົດການສົ່ງອອກວ່າປີລະຈັກໂຕນ ຄຸ້ມຄອງການເກັບຊື້ເຂົ້າຊະຊາຍຂອງແມ່ຄ້າຄົນຕ່າງປະເທດ ເມື່ອມີແມ່ຄ້າຄົນຕ່າງປະເທດເຂົ້າມາເກັບຊື້ເຂົ້າຈາກຊາວນາລາຄາສູງກວ່າຂາຍພາຍໃນ ສະນັ້ນ ຊາວນາຈຶ່ງເລືອກທີ່ຈະຂາຍເຂົ້າໃຫ້ແມ່ຄ້າຕ່າງປະເທດ ດັ່ງນັ້ນ ແມ່ຄ້າພາຍໃນຈຶ່ງຈຳເປັນຕ້ອງໄດ້ຊື້ຕາມລາຄາຂອງແມ່ຄ້າຕ່າງປະເທດ ຈຶ່ງເຮັດໃຫ້ເຂົ້າມາລາຄາພຸ່ງຂຶ້ນສູງໃນທຸກວັນນີ້ ຖ້າບໍມີການຄວບຄຸມ ຫຼື ຄຸ້ມຄອງ ອາດຈະສົ່ງຜົນກະທົບຕໍ່ພໍ່ແມ່ປະຊາຊົນໄປເລື້ອຍໆ.

ຂໍ້ມູນຂ່າວ – ພາບ : ອົ່ນ ໄຟສົມທອງ​ vientianemai

error: Content is protected !!