ຈັບສາວອ້າງແລ່ນເອົາເງິນຄືນຈາກຄະດີ ນາງພອນທິບ ໄຊປັນຍາ

ນາງ ຄິດຕີ້ ໄຊຍະລາດ ອາຍຸ 22 ປີ ພັກເຊົາຢູ່ບ້ານຮ່ອງໄກ່ແກ້ວ,​ ເມືອງ​ ຈັນທະບູລີ,​ ນະຄອນຫຼວງ​ ວຽງຈັນ ແອບອ້າງຕົວເປັນເຈົ້າໜ້າທີ່ຕໍາຫຼວດ ໂດຍໃຊ້ເລ່ຫຼ່ຽມປະກາດລົງເຟສບຸກ ວ່າ ສາມາດຮັບແລ່ນທວງເງິນຄືນ ຈາກຄະດີ ນາງ ພອນທິບ ໄຊປັນຍາ ສໍ້ໂກງຊັບ ທີ່ເຈົ້າໜ້າທີ່ຕໍາຫຼວດ ພວມດຳເນີນຄະດີຢູ່ ມີຄົນຫຼົງເຊືີອໂອນເງິນໃຫ້ຜູ້ກ່ຽວ ລວມມູນຄ່າ 340,​000,​000 ກວ່າກີບ.

ເຈົ້າໜ້າທີ່ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 7 ຕຸລາ 2022 ໄດ້ມີຜູ້ຖືກເສຍຫາຍ ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ກົມຕໍາຫຼວດເສດຖະກິດ ວ່າໃນໄລຍະຕົ້ນເດືອນຕຸລາ 2022 ຜູ້ຖືກເສຍຫາຍ ໄດ້ເຫັນເຟສບຸກອອກຊື່ ຈັນສະໝອນ ດວງໃຈ (Junsamone Dungjai ) ພ້ອມເບີວອດແອັບ ໂພສລົງທາງເຟສບຸກ ວ່າ: ຮັບແລ່ນທວງເງິນຄືນໃຫ້ຜູ້ເສຍຫາຍກ່ຽວກັບຄະດີ ນາງ ພອນທິບ ໄຊປັນຍາ ສໍ້ໂກງຊັບ ພວມດຳເນີນຄະດີຢູ່; ຈາກນັ້ນ, ໄດ້ມີຜູ້ຫຼົງເຊື່ອ ຕິດຕໍ່ຫາ ນາງ ແຄັດຕີ້ ໄຊຍະລາດ ຜ່ານເບິວອດແອບດັ່ງກ່າວ ແລະ ຖືກຜູ້ກ່ຽວຕົວໃຫ້ໂອນເງິນ ຄ່າແລ່ນທວງເອົາເງິນຄືນ ຈໍານວນ 1 ຄົນ ໂອນເງິນໃຫ້ 31 ຄັ້ງ ລວມເປັນເງິນ 346,​500,​000 ກີບ; ຫຼັງຈາກໄດ້ເງິນແລ້ວກໍບໍ່ສາມາດຕິດຕໍ່ຫາຜູ້ກ່ຽວໄດ້; ພາຍຫຼັງເຈົ້າໜ້າທີ່ໄດ້ຮັບແຈ້ງຄວາມຈຶ່ງໄດ້ແຕ່ງຕັ້ງກໍາລັງວິຊາສະເພາະລົງພິສູດແຫຼ່ງຂ່າວ ເພື່ອຕິດຕາມເປົ້າໝາຍ ພ້ອມທັງເກັບກຳຂໍ້ມູນຫຼັກຖານຮ່ອງຮອຍຂອງການກະທຳຜິດ ມາຮອດ ວັນທີ 26 ຕຸລາ 2022 ຈຶ່ງຮູ້ຊື່ຜູ້ກະທໍາຜິດ ຊື່ນາງ ຄິດຕີ້ ໄຊຍະລາດ ພັກອາໃສຢູ່ບ້ານ ຮ່ອງໄກແກ້ວ ເຈົ້າໜ້າທີ່ຈຶ່ງໄດ້ນຳຕົວມາທໍາການ ສອບສວນ. ຜ່ານການສອບສວນ ນາງ ຄິດຕີ້ ໄຊຍະລາດ ສາລະພາບວ່າ: ຜູ້ກ່ຽວສ້າງເຟສບຸກປອມ ແລະ ແອບອ້າງຕົວເປັນເຈົ້າໜ້າທີ່ຕຳຫຼວດ ເພື່ອເຮັດໃຫ້ຜູ້ເສຍຫາຍຫຼົງເຊື່ອ ໂອນເງິນໃຫ້ຜູ້ກ່ຽວໂດຍນໍາໃຊ້ບັນຊີຂອງບຸກຄົນອື່ນ ເພື່ອສໍ້ໂກງຊັບ, ລວມເປັນເງິນທີ່ໄດ້ຮັບຈາກຜູ້ເສຍຫາຍ ຈຳນວນ 346,​500,​000 ກີບ ພາຍຫຼັງໄດ້ຮັບເງິນຈາກຜູ້ຖືກເສຍຫາຍແລ້ວກໍໄດ້ນໍາເງິນດັ່ງກ່າວໄປຊື້ສັບສິນມີຄ່າ, ໃຊ້ຈ່າຍສ່ວນຕົວ. ປັດຈຸບັນ ເຈົ້າໜ້າທີ່ໄດ້ດຳເນີນຄະດີຕໍ່ຜູ້ກ່ຽວຕາມຂັ້ນຕອນຂອງກົດໝາຍ. ຕໍ່ກັບເຫດການດັ່ງກ່າວທີ່ເກີດຂຶ້ນນີ້ ເຈົ້າໜ້າທີ່ຈຶ່ງຝາກເຕືອນມາຍັງພໍ່ແມ່ປະຊາຊົນພົນລະເມືອງລາວທຸກຄົນ ໃຫ້ມີສະຕິຍ່າຫຼົງເຊື່ອກຸ່ມຄົນບໍ່ດີ ທີ່ມີການໂຄສະນາຜ່ານສື່ສັງຄົມອອນລາຍ ກ່ຽວກັບການແລ່ນທວງເອົາເງິນຄືນຈາກຄະດີນາງພອນທິບ ໄຊປັນຍາ ສໍ້ໂກງຊັບ ທີ່ເຈົ້າໜ້າທີ່ກຳລັງດຳເນີນຢູ່, ຖ້າຫາກມີຜູ້ຖືກເສຍຫາຍມີຄວາມສົນໃຈແມ່ນໃຫ້ເຂົ້າມາພົວພັນໂດຍກົງຢູ່ທີ່ຫ້ອງການກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ.

ແຫລ່ງຂ່າວ: ຈັນສະໝອນ​

error: Content is protected !!