ເຈົ້າຫນ້າທີ່ ປກສ ນະຄອນໄກສອນ ແຂວງສະຫວັນນະເຂດ ຈັບພວກ ຈູດໂຮງຮຽນ ມຕ ເລກ 3 ສຸນັນທາ ບ້ານທ່າເມືອງ, ຍ້ອນຜູ້ກ່ຽວ 1 ໃນ 3 ແຄ້ນໃຫ້ອາຈານທີ່ຖືກເອີ້ນໄປສຶກສາອົບຮົມ ຍ້ອນສູບຢາໄຟຟ້າ ແລະ ຕິດຢາເສບຕິດ

ເຈົ້າຫນ້າທີ່ເປີດເຜີຍວ່າ: ວັນທີ 14 ທັນວາ 2022 ເວລາ 24:00 ໂມງ ໂຮງຮຽນ ມຕ ເລກ 3 ຢູ່ບ້ານ ທ່າເມືອງ ນະຄອນໄກສອນ ຖືກໄຟໄຫມ້ ເສຍຫາຍທັງຫມົດ ມູນຄ່າ 786.480.000 ກີບ ຜ່ານການກວດກາຂອງເຈົ້າໜ້າທີ່ຮູ້ໄດ້ວ່າ: ເກີດຈາກຄົນຈູດ ເພາະມີຮ່ອງຮອຍງັດແງະ ຈາກນັ້ນໄດ້ກຳນົດເປົ້າໝາຍ.

ພວກກ່ຽວສາລະພາບວ່າ: ໄດ້ພາກັນປີນຂື້ນກຳແພງຮົ້ວແລ້ວງັດໜ່ວຍກະແຈເຂົ້າຫ້ອງການ, ຈາກນັ້ນ, ພາຍຫຼັງເຂົ້າໄປໄດ້ແລ້ວກໍ່ພາກັນຊອກຫາຢາສູບໄຟຟ້າທີ່ອາຈານຢຶດໄວ້ຂອງນັກຮຽນໃນຄັ້ງຜ່ານມາ ພົບເຫັນຈຳນວນ 11 ອັນ, ຫລັງຈາກເອົາແລ້ວຈັບເອົາເຈວລ້າງມືແລ້ວຍ່າງເຂົ້າໄປຫ້ອງຮອງອຳນວຍການ ແລ້ວຖອກໃສ່ໂຕເອົາກັບໄຟຈູດແລ້ວເອົາຕົວຫຼົບໜີ.

ເຊິ່ງ ແຮງຈູງໃຈຍ້ອນທ້າວ ສາຍຄຳ ຫຼື ໄກ່ ເຄີຍເປັນນັກຮຽນຢູ່ໂຮງຮຽນດັ່ງກ່າວໄດ້ຖືກຄູ-ອາຈານເອີ້ນຂື້ນຫ້ອງການ ແລະ ພ້ອມທັງສຶກສາອົບຮົມຫຼາຍຄັ້ງຍ້ອນຜູ້ກ່ຽວເຮັດຜິດລະບຽບຂອງໂຮງຮຽນ ແລະ ຕິດຢາເສບຕິດ