ນາຍົກ ເນັ້ນ​ ຂະແໜງການເງິນ ສຸມໃສ່ແກ້ໄຂໜີ້ສິນໂຄງການ ແລະ ເກັບລາຍຮັບເຂົ້າງົບປະມານ

ກອງປະຊຸມສະຫຼຸບວຽກງານການເງິນ ປະຈໍາປີ 2022 ແລະ ທິດທາງປີ 2023, ຊຶ່ງໄດ້ຈັດຂຶ້ນລະຫວ່າງ ວັນທີ 20-22 ທັນວາ 2022 ທີ່ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ (ICTC) ນະຄອນຫຼວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມໂອ້ລົມ-ທິດຊີ້ນໍາຂອງທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງການເງິນ, ບັນດາລັດຖະມົນຕີ, ບັນດາເຈົ້າແຂວງ ເຂົ້າຮ່ວມ.

ທ່ານ ພັນຄໍາ ວິພາວັນ ໄດ້ເນັ້ນບາງບັນຫາສໍາຄັນໃຫ້ຂະແໜງການເງິນ ຕ້ອງໄດ້ສຸມໃສ່ແກ້ໄຂໃນຕໍ່ໜ້າໃຫ້ເປັນຮູບປະທຳ ເປັນຕົ້ນ: ແມ່ນສະຖຽນລະພາບເສດຖະກິດມະຫາພາກ, ມາດຕະການແກ້ໄຂໜີ້ສິນພາຍໃນ ໂດຍສະເພາະການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດດ້ວຍຮູບແບບຕ່າງໆ. ພ້ອມນີ້, ການເກັບລາຍຮັບງົບປະມານເຫັນວ່າມີທ່າອ່ຽງດີຂຶ້ນ, ແຕ່ຍັງບໍ່ທັນສົມຄູ່ກັບລາຍຈ່າຍທີ່ມີ ແລະ ຍັງບໍ່ສາມາດເກັບໄດ້ຢ່າງຄົບຖ້ວນ, ຍັງມີການຮົ່ວໄຫຼທາງດ້ານລາຍຮັບ-ລາຍຈ່າຍ.

ນອກຈາກນີ້, ການຫັນເປັນທັນສະໄໝຍັງນຳໃຊ້ບໍ່ທັນກວ້າງຂວາງ, ການຄຸ້ມຄອງ ແລະ ບໍລິຫານລັດດ້ວຍກົດໝາຍ ຍັງບໍ່ທັນເຂັ້ມງວດ, ຍັງມີຫຼາຍຂັ້ນຫຼາຍຂອດ, ການຜັນຂະຫຍາຍຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 18/ນຍ, ຍັງບໍ່ທັນເປັນເອກະພາບ, ການນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການຄຸ້ມຄອງເກັບລາຍຮັບຍັງຊັກຊາ, ການຈັດເກັບລາຍຮັບຈາກພາສີທີ່ດິນໃນທົ່ວປະເທດຍັງຂາດຂໍ້ມູນເນື້ອທີ່ດິນ ແລະ ການເກັບອາກອນລາຍໄດ້ ຈາກການໂອນສິດນຳໃຊ້ຍັງບໍ່ທັນຖືກຕາມຄວາມເປັນຈິງ.

ປີ 2023 ສປປ ລາວ ຍັງຈະສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍຢ່າງເປັນຕົ້ນໄພເງິນເຟີ້, ນໍ້າມັນເຊື້ອໄຟ ແລະ ລາຄາສິນຄ້າ-ສະບຽງອາຫານຍັງສືບຕໍ່ສູງຂຶ້ນ. ສະນັ້ນ, ຕ້ອງໄດ້ພ້ອມກັນສຶກສາຄົ້ນຄວ້າ, ຮູ້ຄາດຄະເນວິເຄາະວິໄຈຕໍ່ຜົນກະທົບ, ໂອກາດ ແລະ ສິ່ງທ້າທາຍຈາກການສະພາບການປ່ຽນແປງຂອງພາກພື້ນ ແລະ ສາກົນ, ເພື່ອວາງນະໂຍບາຍ, ມາດຕະການປ້ອງກັນ, ການຮັບມືຢ່າງເໝາະສົມ ແລະ ທັນການເພື່ອບໍ່ໃຫ້ປະເທດເຮົາຕົກຢູ່ໃນທ່າຮັບເກີນໄປ.

ແຫລ່ງຂ່າວ: ເສດຖະກິດ-ການຄ້າ

error: Content is protected !!