
ສອງນັດທີ່ແລ້ວພວກເຮົາເສຍໃຫ້ກັບທີມທີ່ແຂງແກນ, ພວກເຮົາໄດ້ເຫັນຂໍ້ຜິດພາດໃນການຫຼິ້ນເກມຮັບ. ພວກເຮົາພະຍາຍາມແກ້ໄຂຈຸດຜິດພາດ ເພື່ອໃຫ້ທີມຫຼີ້ນໄດ້ດີຂື້ນ ໃນນັດທີ່ຈະພົບກັບທີມຊາດສິງກະໂປ. ພວກເຮົາຢູ່ໃນກຸ່ມທີ່ແຂງຫຼາຍ ບໍ່ວ່າຈະເປັນທີມຊາດຫວຽດນາມ ແລະ ທີມຊາດມາເລເຊຍ ແຕ່ບໍ່ໄດ້ໝາຍຄວາມວ່າທີມຊາດສິງກະໂປ ແລະ ທີມຊາດມຽນມາ ບໍ່ແຂງແກນ . ພວກເຮົາຈະເຮັດໃຫ້ດີທີ່ສຸດໃນສອງນັດທີ່ເຫຼືອ.
ເຖີງແມ່ນວ່າຜົນການແຂ່ງຂັນສອງນັດທີ່ຜ່ານມາ ຈະບໍ່ດີປານໃດ, ແຕ່ພວກເຮົາກໍ່ຫວັງວ່າ ແຟນບານຈະເຂົ້າມາໃຫ້ກຳລັງໃຈພວກເຮົາໃນສະໜາມ, ພວກເຮົາມີນັກກິລາສ່ວນໃຫຍ່ທີ່ຍັງໜຸ່ມ ແລະ ພວກເຂົາຕ້ອງຫານແຮງສະໜັບສະໜູນຈາກພວກທ່ານ ໂດຍສະເພາະໃນຊ່ວງເວລາແບບນີ້ . ສະນັ້ນຂ້ອຍຢາກໃຫ້ແຟນບານເຂົ້າມາເຊຍໃນສະໜາມ ໃຫ້ຫຼາຍໆໃນນັດນີ້.
ວັນອັງຄານ 27 ທັນວາ 2022
ເວລາ 17:00 ນາທີ
ສະໜາມກິລາແຫ່ງຊາດຫລັກ16
