ແຈ້ງການຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1914/ຫສນຍ ລົງວັນທີ 23 ທັນວາ 2022 ກ່ຽວກັບ ທິດຊີ້ນໍາກ່ຽວກັບມາດຕະການໃນການເຂົ້າ-ອອກ ສປປ ລາວ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19.
– ອີງຕາມ ສະພາບຄວາມເປັນຈິງ ໃນການປະຕິບັດນະໂຍບາຍໃນການເຂົ້າ-ອອກ ປະເທດຂອງບັນດາປະເທດ ພາກພື້ນ ແລະ ສາກົນ.
– ອີງຕາມ ການຄົ້ນຄວ້າ ແລະ ສະເຫນີ ຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ ລະບາດຂອງພະຍາດໂຄວິດ-19.
– ອີງຕາມ ຜົນຂອງກອງປະຊຸມລັດຖະບານ ສະໄຫມສາມັນ ປະຈໍາເດືອນພະຈິກ ຄັ້ງວັນທີ 21-22 ພະຈິກ 2022.
ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ແລະ ຊີ້ນໍາ ຂອງລັດຖະບານ ມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດ ດັ່ງນີ້:
ເຫັນດີໃຫ້ລົບລ້າງການນໍາໃຊ້ໃບຢັ້ງຢືນສັກວັກຊີນຄົບໂດສ ແລະ ລົບລ້າງການກວດຫາເຊື້ອໂຄວິດ-19 ດ້ວຍເຄື່ອງກວດແບບໄວ (ATK) ພາຍໃນ 48 ຊົ່ວໂມງ ກ່ອນອອກຈາກ ປະເທດຕົ້ນທາງ ຂອງພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ຈະເດີນທາງເຂົ້າມາ ສປປ ລາວ.
ໝາຍເຫດ : ແຈ້ງການສະບັບນີ້ ປ່ຽນແທນເນື້ອໃນ ຂໍ້ 4) ຂອງຂໍ້ 1 ຂອງແຈ້ງການ ສະບັບເລກທີ 627/ຫສນຍ, ລົງວັນທີ 07 ພຶດສະພາ 2022.
(ລາຍລະອຽດເພີ່ມເຕີມໃນແຈ້ງການ)


