ລັດຖະບານ ກຳລັງຈັດຕັ້ງປະຕິບັດການໃຫ້ຄຳປຶກສາ ແກ່ຄູ່ແຕ່ງງານໃໝ່ ຢູ່​ ລາວ

ເມື່ອບໍ່ດົນມານີ້, ກະຊວງສາທາລະນະສຸກ ຮ່ວມກັບ ກະຊວງພາຍໃນ ແລະ ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ(UNFPA) ຈັດກອງປະຊຸມປະສານງານ ເພື່ອສະຫລຸບສັງລວມການເຊື່ອມສານວຽກງານສຸຂະພາບທາງເພດ, ສຸຂະພາບຈະເລີນພັນ, ແມ່-ເດັກ ແລະ ການໃຫ້ຄຳປຶກສາ ວຽກງານວາງແຜນຄອບຄົວໃຫ້ແກ່ຄູ່ແຕ່ງງານໃໝ່ ແລະ ເຊື່ອມຕໍ່ກັບວຽກງານການຂຶ້ນທະບຽນການແຕ່ງດອງ ເພື່ອປັບປຸງການປະສານງານ ລະຫວ່າງຂະແໜງກ່ຽວຂ້ອງ, ຜັນຂະຫຍາຍການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ ແລະ ບັນລຸເປົ້າໝາຍຮ່ວມກັນ.
ທ່ານ ນາງ ຈັນຖະໜອມ ມະນີທິບ ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ພວກເຮົາຕ້ອງມີການຮ່ວມມືຢ່າງແໜ້ນແຟ້ນ ໂດຍສະເພາະ ແມ່ນການຮ່ວມມືລະຫວ່າງ ກະຊວງສາທາລະນະສຸກ ແລະ ກະຊວງພາຍໃນ ເພື່ອຊຸກຍູ້ໃຫ້ຄູ່ບ່າວສາວທີ່ແຕ່ງງານໃໝ່ໄດ້ຮັບບໍລິການ ການໃຫ້ຄຳປຶກສາ ໃນການເລີ່ມຕົ້ນຊີວິດຄູ່ ໂດຍການສະໜັບສະໜູນຂອງອົງການ UNFPA, ໃນເດືອນມັງກອນ ປີ 2023 ທີ່ຈະມາເຖິງນີ້, ພວກເຮົາຈະເປີດການຝຶກອົບຮົມໃຫ້ແກ່ພະນັກງານ ຫ້ອງການສາທາລະນະສຸກເມືອງ ຈາກສອງແຂວງທົດລອງ ຄື: ນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ.
ທ່ານ ນາງ ກົມມະລີ ວິລະພັນ ຫົວໜ້າກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ໄດ້ກ່າວວ່າ: ໃນຫລາຍປະເທດທີ່ພັດທະນາແລ້ວ, ການຮັບຄຳປຶກສາກ່ອນການແຕ່ງດອງ ເປັນມາດຕະຖານໜຶ່ງ ເຊິ່ງຈະໄດ້ນຳມາສະເໜີ ແລະ ຈັດຕັ້ງປະຕິບັດ ຢູ່ ສປປ ລາວ. ເຖິງຢ່າງໃດກໍຕາມ, ການສ້າງຄວາມເຂັ້ມແຂງໃຫ້ແກ່ການປະສານງານ ຈະເປັນກຸນແຈອັນສຳຄັນໃຫ້ແກ່ການຮັບປະກັນຄວາມສອດຄ່ອງ ແລະ ປະຕິບັດຕາມກົດໝາຍ ແລະ ລະບຽບການ; ການໃຫ້ຄໍາປຶກສາຄູ່ແຕ່ງງານໃໝ່ ຄາດວ່າຈະຊ່ວຍຫລຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກ, ຫລຸດຜ່ອນການຂາດສານອາຫານໃນເດັກນ້ອຍອາຍຸຕໍ່າກວ່າ 5 ປີ ແລະ ປັບປຸງການເຂົ້າເຖິງການສັກຢາປ້ອງກັນພະຍາດເປັນປົກກະຕິ, ແນວຄວາມຄິດຫລັກ ແມ່ນການສ້າງຄວາມເຂັ້ມແຂງໃຫ້ຄູ່ຜົວເມຍໃນການວາງແຜນເອົາລູກ ເຊັ່ນ: ການເລືອກຖືພາ ແລະ ການຖືພາບໍ່ແມ່ນເຫດການບັງເອີນ, ການຮ່ວມມືລະຫວ່າງຂະແໜງການ ຈະປະກອບສ່ວນເຂົ້າໃນການປະຕິ ບັດວຽກງານສຸຂະພາບຈະເລີນພັນແຫ່ງຊາດ, ສຸຂະພາບແມ່ຍິງ, ຕົວຊີ້ວັດຄວາມສະເໝີພາບຍິງ-ຊາຍ ແລະ ເພີ່ມການຢັ້ງຢືນການເກີດ.
ທ່ານ ນາງ ມາຣຽມ ເອ ຄານ ຜູ້ຕາງໜ້າອົງການ UNFPA ປະຈໍາ ສປປ ລາວ ໄດ້ກ່າວວ່າ: ນັບແຕ່ນີ້ ຈົນຮອດປີ 2030, ປະເທດລາວ ຈະສາມາດສ້າງລາຍຮັບໄດ້ 611 ລ້ານໂດລາສະຫະລັດ ຖ້າມີການປົກປ້ອງການລົງທຶນດ້ານການວາງແຜນຄອບຄົວ ແລະ ເຮັດຕາມແຜນການ, ອັດຕາລວງສູງບໍ່ໄດ້ມາດຕະຖານໃນບັນດາເດັກນ້ອຍ ຫລຸດລົງ 5,6% ກໍຈະເປັນຈິງໄດ້ ແລະ ຄອບຄົວກໍໄດ້ຮັບການປັບປຸງສຸຂະພາບຂອງເຂົາເຈົ້າ ແລະ ເດັກກໍຈະມີຄວາມສາມາດຮຽນໜັງສືຢູ່ໃນໂຮງຮຽນ, ເມື່ອຂະແໜງການຕ່າງໆ ເຮັດວຽກຮ່ວມກັນເປັນຄູ່ຂະໜານ, ເມື່ອນັ້ນ ພວກເຮົາຈະໄດ້ຮັບຜົນປະໂຫຍດອັນໃຫຍ່ຫລວງທີ່ສຸດໃຫ້ແກ່ຊຸມຊົນ.

error: Content is protected !!