
ແຫລ່ງຂ່າວຈາກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ການລ່ອງເຮືອຕາມລໍານໍ້າຂອງດອນເມນ ຊົມທິວທັດທໍາມະຊາດ ເປັນກິດຈະກໍານໍາທ່ຽວ ທີ່ຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ເມືອງແກ່ນທ້າວ ກໍານົດຂຶ້ນເພື່ອສົ່ງເສີມການທ່ອງທ່ຽວພາຍໃນເມືອງ ເຊິ່ງກ່ອນໜ້ານີ້, ຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ໄດ້ຂຽນໂຄງການລ່ອງເຮືອທ່ອງທ່ຽວຊົມວິວດອນເມນ ຫາເວີນຄໍາ ນໍາຮ່ອງຮອຍປະຫວັດສາດເມືອງເປັງຈານນະຄອນລັດ ໂດຍອີງໃສ່ຈຸດພິເສດຂອງບ້ານດອນເມນ ທີ່ຕັ້ງຢູ່ລຽບຕາມລໍານໍ້າຂອງ ຫ່າງຈາກເທສະບານເມືອງປະມານ 37 ກິໂລແມັດ, ດອນເມນ ຄືດອນທໍາມະຊາດຂະໜາດໃຫຍ່ຢູ່ກາງລໍານໍ້າຂອງທີ່ອຸດົມສົມບູນ ໄປດ້ວຍທໍາມະຊາດ,ກາຍ ເປັນເນື້ອທີ່ປູກຝັງຂອງກະສິກອນ ບ້ານດອນເມນ ແລະ ກາຍມາເປັນຊື່ເອີ້ນຂອງບ້ານດອນເມນ.

ທ້າຍອາທິດຜ່ານມາ, ຫ້ອງການ ຖວທ ເມືອງແກ່ນທ້າວ ສົມທົບກັບການຈັດຕັ້ງບ້ານດອນເມນ ລົງສໍາຫລວດ ແລະ ສຶກສາຄວາມເປັນໄປໄດ້ໃນການສ້າງກິດຈະກໍາທ່ອງທ່ຽວຕາມລໍານໍ້າຂອງ ເພື່ອເປັນທາງເລືອກໃຫ້ແກ່ນັກທ່ອງທ່ຽວໄດ້ມາທ່ຽວຊົມ ເຊິ່ງໄລຍະທໍາອິດຈະລ່ອງເຮືອຮອດແກ້ງໃໝ່ ຂອບເຂດຄວາມຮັບຜິດຊອບຂອງບ້ານດອນເມນກ່ອນ. ຈາກນັ້ນ, ຖ້າມີເງື່ອນໄຂຕໍ່ໄປຈະລ່ອງເຮືອຮອດເຂດປາກເຫືອງເວີນຄໍາ ເພື່ອເຊື່ອມຕໍ່ກັບການທ່ຽວຊົມຮ່ອງຮອຍປະຫວັດສາດ ເມືອງເປັງຈານນະຄອນລັດ ທີ່ຍັງມີກ້ອນດິນຈີ່ສະໄໝກ່ອນເຫລືອໄວ້ໃຫ້ເຫັນຢູ່ຕາມທໍາມະຊາດ ເຊິ່ງຫ້ອງການ ຖວທ ເມືອງຈະຂຶ້ນແຜນສໍາຫລວດ ແລະ ສະເໜີໃຫ້ເປັນມໍລະດົກຂອງເມືອງໃນຂັ້ນຕໍ່ໄປ.
ຂ່າວ: ຖວທ ເມືອງແກ່ນທ້າວ
One of our professional mechanics can determine the actual cause of your problem and repair your clutch so you can get back on the road and enjoy peace of mind. Looking through some of the varieties, I believe them to be Chinese hibiscus. A miss' boyfriend doesn't work, so she needs to make money to support him.